Tuesday, March 01, 2016

ພົບຊ່ອງໂຫວ່ຂອງແອັບ WhatsApp ເທິງລະບົບ Android ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງງ່າຍໆ


ສິ່ງໜຶ່ງທີ່ເຮົາມັກຈະເຫັນລາຍງານຖືກເປີດເຜີຍອອກມາຢູ່ເປັນໄລຍະກ່ຽວກັບແອັບພິເກຊັ່ນແຊັດລຸ້ນໃໝ່ໆ ໃນຕະຫຼາດປະຈຸບັນນີ້ ຄື: ເລື່ອງຂອງການຮັກສາຄວາມປອດໄພຂໍ່້ມູນຂອງຜູ້ໃຊ້ງານທີ່ຍັງຖືວ່າເປັນຈຸດອ່ອນທີ່ບໍ່ໄດ້ຮັບການແກ້ໄຂ,ບໍ່ຖືເອົາເປັນເລື່ອງທີ່ສຳຄັນແຕ່ຢ່າງໃດ ໂດຍລາຍງານຫຼ້າສຸດຂອງທ່ານ Bas Bosschert ຜູ້ຊ່ຽວຊານດ້ານຄວາມປອດໄພຈາກບໍລິສັດ DoubleThink ໄດ້ເປີດເຜີຍວ່າແອັບພິເກຊັ່ນ WhatAspp ໃນລຸ້ນຂອງລະບົບ Android ນັ້ນມີຊ່ອງໂຫວ່ການຮັກສາຄວາມປອດໄພຂໍ້ມູນຄັ້ງໃໝ່

ໂດຍແອັບພິເກຊັ່ນແຊັດຊື່ດັງທີ່ຖືກເຂົ້າຊື້ໂດຍ Facebook ນັ້ນຈະເກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານໄວ້ໃນ MicroSD ຂອງໂຕເຄື່ອງ ເຊິ່ງຊ່ອງໂຫວ່ນີ້ຈະສາມາດເຮັດໃຫ້ແຮັກເກີ້ໃຊ້ປະໂຫຍດດັ່ງກ່າວໃນການເຂົ້າເຖິງຂໍ້ມູນໄດ້ໂດຍການເຮັດຜ່ານແອັບພິເກຊັ່ນທີ່ອອກແບບມາໃຫ້ຂໍອະນຸຍາດການເຂົ້າເຖິງຂໍ້ມູນຂອງ MicroSD ອີກເທື່ອໜຶ່ງ ເຊິ່ງຈະສາມາດເຮັດໃຫ້ອ່ານຂໍ້ມູນຕ່າງໆໄດ້

ແລະກໍຢ່າງທີ່ເວົ້າມາຜູ້ໃຊ້ງານ Android ຮູ້ກັນດີວ່າການຈັດການເລື່ອງອະນຸຍາດການເຂົ້າເຖິງຂໍ້ມູນໃນລະບົບທັງໝົດນັ້ນຄ່ອນຂ້າງເປັນຈຸດອ່ອນທີ່ບໍ່ສາມາດຄວບຄຸມໃນແຕ່ລະສ່ວນໄດ້ ຖ້າຫາກວ່າບໍ່ຍິນຍອມກໍຈະບໍ່ສາມາດໃຊ້ງານແອັບພິເກຊັ່ນທີ່ຕ້ອງການໄດ້່ເລີຍ ທາງນີ້ເຮົາກໍຕ້ອງໄດ້ຖ້າເບິ່ງວ່າທາງ WhatsApp ແລະ Facebook ຈະຮັບມືກັບຈຸດອ່ອນທີ່ຖືກເປີດເຜີຍອອກມາໄດ້ແນວໃດ

No comments:

Post a Comment