Tuesday, March 01, 2016

ໂຊ່ນີ້ເປີດໂຕແຜ່ນດິສຮຸ່ນໃໝ່ຄວາມຈຸໄດ້ສູງສຸດ 1TB

ໂຊ່ນີ້ເປີດໂຕແຜ່ນດິສຮຸ່ນໃໝ່ຄວາມຈຸໄດ້ສູງສຸດ 1TB
INFO


Archival Disc ເທັກໂນໂລຢີອ໋ອບຕິຄໍ່ດິສເຈເນີເຣເຊິ້ນໃໝ່ຂອງໂຊ່ນີ້ທີ່ຮ່ວມພັດທະນາກັບຄ້າຍພານາໂຊນິກ ເພື່ອຫວັງໃຫ້ມັນເປັນມາດຕະຖານໃໝ່ຂອງສື່ບັນທຶກຂໍ້ມູນຮູບແບບແຜ່ນໃນອະນາຄົດ
ດ້ວຍຈຸດເດັ່ນທີ່ສາມາດເກັບຂໍ້ມູນຫຼາຍສຸດເຖິງໜຶ່ງລ້ານລານໄບ້


ໂຊ່ນີ້ເປີດໂຕແຜ່ນດິສຮຸ່ນໃໝ່ຈຸໄດ້ສູງສຸດ 1TB
ບໍລິສັດຜູ້ປະດິດຄິດຄົ້ນແຜ່ນບຼູເຣ໋ຢ່າງໂຊ່ນີ້ ລ່າສຸດໄດ້ອອກມາປະກາດເປີດໂຕເທັກໂນໂລຢີ
ສື່ບັນທຶກຂໍ້ມູນຮຸ່ນໃໝ່ໃນນາມ "Archival Disc" ພ້ອມອະທິບາຍວ່າມັນຄື
ແຜ່ນບຼູເຣ໋ຍຸກເນັຊເຈັ້ນທີ່ຖືກອັບເກດຈົນສາມາດເກັບຂໍ້ມູນໄດ້ສູງສຸດ
ເຖິງ 1ເທຣາໄບ້ (1,000GB) ຊຶ່ງຫຼາຍກວ່າ 20 ເທົ່າໂຕເມື່ອທຽບກັບແຜ່ນບຼູເຣ໋
ໃນປະຈຸບັນທີ່ບັນຈຸເຕັມທີ່ພຽງ 50GB ເທົ່ານັ້ນ

ໂດຍທາງໂຊ່ນີ້ໄດ້ບອກວັດຖຸປະສົງທີ່ເຮັດແຜ່ນຮຸ່ນໃໝ່ນີ້ອອກມາກໍເພື່ອໃຫ້ມັນ
ກາຍມາເປັນມາດຕະຖານໃໝ່ຂອງສື່ອ໋ອບຕິຄໍ້ດິສ ແລະ ຕ້ອງການຂະຫຍາຍຕະຫຼາດເພື່ອຮອງຮັບສື່ບັນທຶກຂໍ້ມູນ
ດິຈິຕ້ອນໃນໄລຍະຍາວ ຊຶ່ງວ່າ Archival Disc ມັນໄດ້ຖືກພັດທະນາຂຶ້ນມາຈາກການປະສານຮ່ວມມືລະຫວ່າງ
ບໍລິສັດໂຊ່ນີ້ກັບບໍລິສັດອິເລັກໂຕນິກຍັກໃຫຍ່ໃນຍີປຸ່ນຢ່າງພານາໂຊນີກ

ສຳລັບຂໍ້ມູນຈຳເພາະ Archival Disc ນັ້ນມັນຈະເປັນແຜ່ນດິສແບບຂຽນໄດ້ເທື່ອດຽວ
ໃຊ້ການເກັບຂໍ້ມູນແບບດັບເບີ້ໄຊຫຼືສາມາດໃຊ້ງານບັນທຶກຂໍ້ມູນໄດ້ທັງສອງດ້ານ
ໂດຍທີ່ໃນແຕ່ລະດ້ານຈະມີເລເຢີໃນການເກັບຂໍ້ມູນເຖິງ 3 ຊັ້ນນຳກັນ ແລະ ມີອາຍຸການ
ໃຊ້ງານເກັບຂໍ້ມູນໄດ້ຍາວນານເຖິງ 50ປີ ຊຶ່ງທາງໂຊ່ນີ້ມີກຳນົດການເປີດໂຕແຜ່ນຮຸ່ນໃໝ່ນີ້
ລົງສູ່ຕະຫຼາດໃນຊ່ວງຊຳເມີ້ປີ 2015 ໂດຍທີ່ອອກມາກ່ອນຈະເປັນເວີເຊິ້ນຂະໜາດຄວາມຈຸ
300GB, ຕາມດ້ວຍ 500GB ແລະ 1TB ຈະທະຍອຍປ່ອຍອອກມາຕາມຫຼັງ




ຕົວແທນໂຊ່ນີ້ໄດ້ກ່າວວ່າ "ປັດຈຸບັນຄວາມຕ້ອງການເນື້ອທີ່ເກັບຂໍ້ມູນໄດ້ເພີ່ມສູງຂຶ້ນຫຼາຍ
ໃນອຸດສາຫະກຳພາບພະຍົນ ລວມໄປເຖິງບັນດາສູນຂໍ້ມູນທີ່ຈຳເປັນຕ້ອງຈັດການເກັບຂໍ້ມູນ
ທີ່ມີຢູ່ຢ່າງຫຼວງຫຼາຍ ອີກທັ້ງຄວາມກ້າວໜ້າໃນບໍລິການເຄືອຂ່າຍຕ່າງໆຍັງເປັນສາເຫດທີ່ກໍ່ໃຫ້ເກີດ
ຂໍ້ມູນຈຳນວນມະຫາສານຈົນເກີນຮັບໄຫວ"


ຢ່າງໃດກໍຕາມເຖິງວ່າແຜ່ນ Archival Disc ຈະມີຄວາມສາມາດທີ່ເໜືອກວ່າແຜ່ນບຼູເຣ໋ໃນທຸກໆດ້ານ
ແຕ່ກໍຈະແມ່ນວ່າຜູ້ບໍລິໂພກຄືເຮົາຈະໄດ້ມີໂອກາດໃຊ້ມັນແທ້ໃນອະນາຄົດ ເນື່ອງຈາກຂະໜາດຄວາມຈຸ
ຂອງມັນທີ່ມາພ້ອມກັບລາຄາທີ່ແພງເກີນກວ່າປະຊາຊົນຄົນທຳມະດາຈະສາມາດຈັບຕ້ອງໄດ້
ແຖມທາງຝັ່ງຕົວແທນພານາໂຊນິກເອງ ຍັງໄດ້ອອກມາຊີ້ແຈງວ່າແຜ່ນຮຸ່ນໃໝ່ນີ້ໄດ້ຖືກສ້າງມາເພື່ອໃຊ້ໃນວົງ
ການອາຊີບໂດຍສະເພາະ ບໍ່ໄດ້ມີເອົາໄວ້ໃຫ້ສຳລັບຜູ້ບໍລິໂພກທົ່ວໄປນຳໄປໃຊ້ງານໃນບ້ານ


ຂໍ້ມູນຈາກ:
gamespot
pcworld
engadget

No comments:

Post a Comment