Sunday, January 31, 2016

Firewall ແມ່ນຫຍັງ?

Firewall ແມ່ນຫຍັງ?

ຖ້າແປໂດຍກົງຈະແປວ່າ ກຳແພງໄຟ ຊຶ່ງອາດຈະໝາຍເຖິງການປ້ອງກັນ
ການຮຸກຮານໂດຍການສ້າງກຳແພງ ແຕ່ໃນທາງດ້ານວິສະວະກຳຄອມພິວເຕີ
ແມ່ນມີຄວາມໝາຍດັ່ງນີ້:
Firewall ເປັນເຄື່ອງມືທີ່ໃຊ້ໄວ້ສຳລັບປ້ອງກັນລະບົບເຄືອຂ່າຍ (Network)
ການສື່ສານທົ່ວໄປທີ່ຖືກຮຸກຮານຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດ ເປັນເລື່ອງກ່ຽວກັບ
ການຮັກສາຄວາມປອດໄພໃນລະບົບເຄື່ອຂ່າຍ ການປ້ອງກັນໂດຍໃຊ້ລະບົບ
Firewall ນີ້ຈະເປັນການກຳນົດກົດເກນໃນການຄວບຄຸມການເຂົ້າ-ອອກ ຫຼື
ການຄວບຄຸມການຮັບ-ສົ່ງຂໍ້ມູນ ໃນລະບົບເຄືອຂ່າຍນັ້ນເອງ.
ການປ້ອງກັນການເຂົ້າເຖິງລະບົບ ສາມາດແບ່ງອອກໄດ້ເປັນ 2 ປະເພດ
1. Logical Access ໝາຍເຖິງ ການເຂົ້າເຖິງຜ່ານລະບົບ Network
ເຊັ່ນ ຜ່ານລະບົບເຄືອຂ່າຍອິນເຕີເນັດເປັນຕົ້ນ.
2. Physical Access ໝາຍເຖິງ ການເຂົ້າເຖິງໃນລັກສະນະເຖິງໂຕ
ເຄື່ອງແທ້ໆ ເວົ້າງ່າຍໆກໍຄື ການເຂົ້າເຖິງໃນລັກສະນະຍ່າງເຂົ້າມາໃຊ້ງານ ຫຼື
ລັກເຂົ້າມາໃຊ້ງານເຖິງໂຕເຄື່ອງຄອມພິວເຕີໃນລະບົບ Network ນັ້ນໆ.
ຄຸນນະສົມບັດຂອງ Firewall
• Protect
Firewall ເປັນເຄື່ອງມືທີ່ໃຊ້ໃນການປ້ອງກັນ ໂດຍຂໍ້ມູນທີ່ມີການຮັບ ຫຼື
ສົ່ງຜ່ານລະບົບເຄືອຂ່າຍ ຈະຖືກກຳນົດເປັນກົດ ຫຼື Rule ເພື່ອໃຊ້ບັງຄັບ
ໃນການສື່ສານພາຍໃນເຄືອຂ່າຍ ( ຂໍ້ມູນທີ່ມີການຮັບສົ່ງພາຍໃນ ຫຼື
ພາຍນອກລະບົບເຄືອຂ່າຍເຮົາເອີ້ນວ່າ Package )
• Rule Base
ຂໍ້ກຳນົດໃນການຄວບຄຸມການຮັບ-ສົ່ງຂໍ້ມູນພາຍໃນລະບົບເຄືອຂ່າຍ ດັ່ງນັ້ນ
ການຕິດຕັ້ງ Firewall ຈະຕ້ອງມີການກຳນົດກົດເກນໃນການຄວບຄຸມ
ການເຮັດວຽກໃນລະບົບເຄືອຂ່າຍ.
• Access Control
ໝາຍເຖິງ ການຄວບຄຸມລະດັບການເຂົ້າເຖິງ ການຮັບ-ສົ່ງຂໍ້ມູນ.
ເປັນຫຍັງຕ້ອງຕິດຕັ້ງ Firewall
ແຕ່ກ່ອນການນຳໃຊ້ຄອມພິວເຕີສ່ວນຫລາຍ ຈະເປັນການໃຊ້ວຽກສ່ວນບຸກຄົນ
ດັ່ງນັ້ນ ບັນຫາຕ່າງໆທີ່ເກີດຂື້ນໃນລະຫວ່າງການໃຊ້ວຽກຈິ່ງບໍ່ມີຫລາຍ ຕໍ່ມາ
ເມື່ອລະບົບເຄືອຂ່າຍອິນເຕີເນັດເປັນທີ່ນິຍົມຊົມໃຊ້ຫລາຍ ທຸກອົງການ
ທຸກທຸລະກິດ ມີການນຳໃຊ້ອິນເຕີເນັດ ຢ່າງຫນ້ອຍກໍໃຊ້ ອິເມວໃນການຮັບ-
ສົ່ງຈົດໝາຍເອເລັກໂຕຣນິກ ດັ່ງນັ້ນ ຜົນກະທົບທີ່ນຳມາຄື ເກີດມີຜູ້ບໍ່ຫວັງດີ
ຫາວິທີການໃນການລັກເຂົ້າເບິ່ງໃນຄອມພິວເຕີຂອງທ່ານເພື່ອຄົ້ນຫາຂໍ້ມູນ ຫຼື
ຕ້ອງການທົດສອບທົດລອງຄວາມສາມາດຂອງຕົນເອງ ຕະຫລອດຮອດ
ໄວຣັດສ໌ຄອມພິວເຕີກໍໄດ້ອາໄສຊ່ອງທາງຂອງເຄືອຂ່າຍອິນເຕີເນັດ
ເປັນຊ່ອງທາງໃນການແຜ່ກະຈາຍ.

No comments:

Post a Comment