Saturday, January 09, 2016

ຫ້າມເຮັດແບບນີ້ ! ຖ້າບໍ່ຢາກໃຫ້ແບັດເຕີຣີສະມາດໂຟນ ແລະ ແທັບເລັດຂອງທ່ານເສື່ອມໄວ


ຫ້າມເຮັດແບບນີ້ ! ຖ້າບໍ່ຢາກໃຫ້ແບັດເຕີຣີສະມາດໂຟນ ແລະ ແທັບເລັດຂອງທ່ານເສື່ອມໄວ

Posted by 
images_1
………………………..ນອກຈາກບັນຫາເລື່ອງແບັດເຕີຣີໝົດໄວຈະເປັນຈຸດອ່ອນທີ່ຜູ້ໃຊ້ທັງ ສະມາດໂຟນ ແລະ ແທັບເລັດ
ເປັນຫ່ວງແລ້ວ ເລື່ອງຂອງແບັດເຕີຣີເສື່ອມໄວ ກໍຖືວ່າເປັນບັນຫາທີ່ຜູ້ໃຊ້ທັງຫຼາຍທ່ານພວມພົບພໍ້ຢູ່ເຊັ່ນດຽວກັນ ມີຫຼາຍທ່ານ
ທີ່ນຳໃຊ້ໂທລະສັບບໍ່ໄດ້ຮອດປີກໍເກີດບັນຫາເລື່ອງຂອງແບັດເຕີຣີເສື່ອມ ຊ້ຳບໍ່ໜໍາຍັງໄປຖີ້ມໂທດໃສ່ສະມາດໂຟນທີ່ຊື້ມາວ່າບໍ່ດີ
ໃຊ້ບໍ່ທົນ ແຕ່ກັບບໍ່ໄດ້ຄິດເຫັນວ່າ ເຮົາມີພຶດຕິກຳການນຳໃຊ້ສະມາດໂຟນ ຫຼື ແທັບເລັດແບບໃດ ຖືກຕ້ອງຫຼືບໍ່ ເຊິ່ງໃນມື້ນີ້
ພວກເຮົາມີວິທີການເບິ່ງແຍງແບັດເຕີຣີໃຫ້ເສື່ອມຊ້າລົງ ໂດຍການ “ຫ້າມເຮັດ” ພຶດຕິກຳແບບນີ້ກັບສະມາດໂຟນ ຫຼື
ແທັບເລັດ ຂອງທ່ານ.

ການສາກແບັດເຕີຣີ

images_2
………………..ສໍາຫຼັບສະມາດໂຟນ ຫຼື ແທັບເລັດນັ້ນ ຄວນຈະປ່ອຍໃຫ້ພະລັງງານແບັດເຕີຣີເຫຼືອເກີນກວ່າ 50 % ຈະດີທີ່ສຸດ
ຖ້າຫາກເຮົາປ່ອຍໃຫ້ແບັດເຕີຣີຍັງເຫຼືອ 0% ເລື້ອຍໆ ຍິ່ງຈະເຮັດໃຫ້ແບັດເຕີຣີເສື່ອມໄວຂຶ້ນ ແລະ ສິ່ງສຳຄັນ ຢ່າພະຍາຍາມສາກ
ຈົນເຕັມ 100% ເພາະນັ້ນກໍຄືເປັນສາເຫດທີ່ເຮັດໃຫ້ແບັດເຕີຣີຄ່ອຍໆໝົດອາຍຸການນຳໃຊ້ລົງ ສະນັ້ນ ຖ້າຫາກແບັດເຕີຣີ
ຫຼຸດລົງຈົນຮອດລະດັບ 40% ກໍຄວນຈະນຳໄປສາກ (Charge) ໄດ້ແລ້ວ ແລະ ຄວນຈະສາກໃຫ້ຢູ່ໃນລະດັບ 90% ຢ່າສຽບສາກ
ປະໄວ້ໝົດຄືນ ຫຼື ຖ້າຕ້ອງການສາກໃຫ້ເຕັມ 100% ຄວນຈະເຮັດພຽງແຕ່ເດືອນລະເທື່ອ.

ຄວາມຮ້ອນ

…………………….ຫຼາຍທ່ານອາດຈະຮູ້ດີວ່າ ຄວາມຮ້ອນ ຄືສັດຕູຂອງແບັດເຕີຣີແບບ Lithium-ion ຖ້າຫາກເຮົາເຮັດໃຫ້
ສະມາດໂຟນ ຫຼື ແທັບເລັດເຢັນຫຼາຍເທົ່າໃດ ກໍຈະເຮັດໃຫ້ອາຍຸການນຳໃຊ້ຂອງແບັດເຕີຣີຍາວນານຂື້ນ ໂດຍຄວາມຮ້ອນທີ່ເວົ້າ
ມານີ້ບໍ່ໄດ້ໝາຍຄວາມເຖິງ ການສາກແບັດເຕີຣີເລື້ອຍໆພຽງຢ່າງດຽວ ແຕ່ຍັງຮວມໄປເຖິງດ້ານການນຳໃຊ້ ໂດຍສະເພາະ
ການຫຼິ້ນເກມທ່ານຈະສັງເກດເຫັນໄດ້ວ່າ ຖ້າຫຼິ້ນເກມເປັນເວລາດົນ ໂຕເຄື່ອງຈະຮ້ອນຂຶ້ນ ແລ້ວຍິ່ງໄປກວ່ານັ້ນ ຖ້າຫາກ
ຫຼິ້ນເກມໄປ ສາກໄປນຳ ຈະຖືວ່າເປັນສາເຫດສຳຄັນທີ່ເຮັດໃຫ້ແບັດເຕີຣີເສື່ອມໄດ້ງ່າຍເລີຍ ສະນັ້ນ ໃນຂະນະທີ່ນຳໃຊ້ຢູ່
ຖ້າຫາກຮູ້ສຶກວ່າໂຕເຄື່ຶອງເລີ່ມຮ້ອນແລ້ວ ໃຫ້ຢຸດພັກຜ່ອນຈົນໂຕເຄື່ອງເຢັນແລ້ວຈິ່ງນຳມາໃຊ້ງານຕໍ່ ຈະຊ່ອຍຕໍ່ອາຍຸ
ຂອງແບັດເຕີຣີໄດ້ດົນຂື້ນ.
………………….ອີກຢ່າງນຶ່ງກໍຄື ການສາກແບບໄຫ້ສາຍຈະເຮັດໃຫ້ແບັດເຕີຣີເສື່ອມໄດ້ໄວກວ່າການສາກແບບປົກກະຕິ
ເນຶ່ອງຈາກວ່າ ໂຕເຄື່ອງຈະຕ້ອງວາງຢູ່ເທິງແຜ່ນຄວາມຮ້ອນຕະຫຼອດເວລາທີ່ພວມສາກ ສະນັ້ນ ຖ້າຫາກຫຼີກໄດ້ ຄວນສາກ
ແບັດເຕີຣີແບບສຽບສາຍສາກຈະດີກວ່າ.

ຢ່າປ່ອຍໃຫ້ແບັດເຕີຣີໝົດຈົນເຫຼືອ 0%

………………..ເລກ 0 ຄືອັນຕະລາຍສຳລັບແບັດເຕີຣີ ຜູ້ທີ່ນຳໃຊ້ຈະຕ້ອງໄດ້ໝັ່ນສັງເກດນຳວ່າ ອຸປະກອນຂອງເຮົາເຫຼືອ
ແບັດເຕີຣີຈັກເປີເຊັນ ຢ່າພະຍາຍາມນຳໃຊ້ຈົນແບັດເຕີຣີໝົດ ແລະ ໂຕເຄື່ອງມອດໂດຍເດັດຂາດ ເພາະແບັດເຕີຣີປະເພດ
Lithium-ion ນັ້ນ ເມື່ອໃດກໍຕາມທີ່ແບັດເຕີຣີເຫຼືອ 0% ຈະເກີດອາການບໍ່ທຸ່ນທ່ຽງ ແລະ ເປັນອັນຕະລາຍຕໍ່ການສາກຫຼາຍ.

ຢ່າໃຊ້ເຄື່ອງສາກຂອງປອມ ຫຼື ບໍ່ໄດ້ມາດຕະຖານ

images_3
………….ທ່ານອາດຈະໄດ້ຍິນຂ່າວຢູ່ເລື້ອຍໆ ເລື່ອງ iPhone ລະເບີດໃນຂະນະທີ່ກຳລັງສາກ ສ່ວນຫຼາຍເປັນຍ້ອນເຄື່ອງສາກ
ແບັດເຕີຣີທີ່ນຳໃຊ້ຢູ່ນັ້ນເປັນຂອງປອມ ໂດຍເຄື່ອງສາກຂອງແທ້ຈາກຜູ້ຜະລິດ ປົກກະຕິແລ້ວຈະມີວົງຈອນຕັດກະແສໄຟຟ້າ
ເມື່ອແບັດເຕີຣີເຕັມ 100% ແຕ່ສຳລັບເຄື່ອງສາກຂອງປອມນັ້ນ ຈະມີການປ່ອຍກະແສໄຟຟ້າເຂົ້າຕະຫຼອດເວລາ ເຮັດໃຫ້
ໂຕເຄື່ອງຮ້ອນ ແລະ ເປັນສາເຫດທີ່ເຮັດໃຫ້ແບັດເຕີຣີເສື່ອມໄວອີກດ້ວຍ.

No comments:

Post a Comment