Saturday, January 09, 2016

ສິ່ງດີໆທີ່ທ່ານຈະພົບເຫັນໃນ Windows 8 ໂດຍ: ໄວຫນຸ່ມລາວ ​​POR

ສິ່ງດີໆທີ່ທ່ານຈະພົບເຫັນໃນ Windows 8

Posted by 
1. ການບູ໊ດເຄື່ອງໄດ້ວ່ອງໄວ.
ເມື່ອປຽບທຽບກັບ Windows ອື່ນໆ ພຽງບໍ່ເທົ່າໃດວິນາທີ ກໍສາມາດນຳໃຊ້
Windows ໄດ້ແລ້ວ.
2. Interface ໃໝ່ທີ່ແປກຕາ.
ໜ້າທຳອິດຂອງການນຳໃຊ້ ທ່ານຈະພົບເຫັນ Application ຫຼື ໂປຣແກຣມ
ທີ່ນຳໃຊ້ມາຮວມກັນທີ່ໜ້າ Start ແບບ Modern Style ສະດວກສະບາຍ
ໃນການນຳໃຊ້ເຊັ່ນ: Application ຂອງ E-mail, ຮູບພາບ, ຂ່າວ,
ປະຕິທິນ, ພະຍາກອນອາກາດ ແລະ ອື່ນໆອີກຫລາຍຢ່າງ ທັງນີ້ ຍັງສະແດງ
ເປັນແບບ Update ຕະຫລອດເວລາ ເຊິ່ງເຮັດໃຫ້ທ່ານໄດ້ຮັບຮູ້ຂ່າວສານຢູ່
ຕະຫລອດເວລາ.
3. ລະບົບຄົ້ນຫາດີທີ່ສຸດ.
Windows 8 ມີ Function ການຄົ້ນຫາສິ່ງຕ່າງໆໂດຍແບ່ງເປັນໝວດໝູ່
Application, Settings, File ແລະ ໃນ Social Network ໄດ້
ຢ່າງສະດວກສະບາຍ ໂດຍຄົ້ນຫາຜ່ານໜ້າ Start ໄດ້ທັນທີ ພຽງແຕ່ພິມຄຳ
ທີ່ຕ້ອງການຄົ້ນຫາລົງໄປ ເຊິ່ງບໍ່ຈຳເປັນຕ້ອງພິມທັງຫມົດ Windows ຈະ
ສະແດງທຸກຢ່າງທີ່ກົງກັບຄຳຄົ້ນຫາຂື້ນມາທັນທີ.
4. ເຊື່ອມຕໍ່ຂໍ້ມູນກັນໄດ້ໝົດ.
ບໍ່ວ່າທ່ານຈະມີຄອມພິວເຕີ, ໂນ໊ດບຸ໋ກ ຫຼື ແທັບເລັດເທົ່າໃດເຄື່ອງ
ທ່ານກໍສາມາດຕັ້ງຄ່າຕ່າງໆໃຫ້ອຸປະກອນດັ່ງກ່າວທີ່ໃຊ້ Windows 8
ເຊື່ອມຕໍ່ຂໍ້ມູນກັນ ໂດຍຂໍ້ມູນເກືອບທັງໝົດຈາກທຸກເຄື່ອງຈະຄືກັນ
ບໍ່ວ່າເຄື່ອງນັ້ນຈະຢູ່ທີ່ຈຸດໃດຂອງໂລກກໍຕາມ ຂໍພຽງແຕ່ໃຫ້ມີອິນເຕີເນັດ
ໃຊ້ດ້ວຍ Function Sync ຜ່ານ accounts ຂອງ Microsoft.
5. Share ຂໍ້ມູນ.
Share Function ເໝາະສົມຫລາຍສຳລັບຄົນທີ່ມັກ Social Network,
Microsoft ອອກແບບໃຫ້ Windows 8 ສາມາດເລືອກ Share ສິ່ງຕ່າງໆ
ບໍ່ວ່າຈະເປັນໄຟລ໌ຂໍ້ມູນ, ຮູບພາບ, ໜ້າເວ໊ບໄຊ, ເພງ, ຮູບເງົາ ແລະ ອື່ນໆ
ສຳຫລັບວິທີ Share ນັ້ນ ກໍງ່າຍດາຍຫລາຍ ພຽງແຕ່ເລືອກປຸ່ມ Share ໃນ
Charm Bar ເທົ່ານັ້ນເອງ ນອກນີ້ຍັງສາມາດ Share ໄປທີ່ Application
ອື່ນໆໄດ້ອີກດ້ວຍເຊັ່ນ: Share link ໜ້າເວ໊ບໄປທີ່ Clip board ຫຼື
Notepad ຫຼື Share ຮູບພາບໄປທີ່ໂປຣແກຣມແຕ່ງຮູບພາບເປັນຕົ້ນ.
6. ເປີດອິນເຕີເນດໄດ້ວ່ອງໄວ.
ຖ້າທ່ານນຳໃຊ້ browser Internet Explorer 10 ທ່ານຈະຕ້ອງ
ປະຫລາດໃຈວ່າ IE10 ເປີດເວ໊ບໄດ້ວ່ອງໄວ້ກວ່າ IE ຮຸ່ນກ່ອນຫລາຍ.
7. ການ Refresh ແລະ ການ Reset ລະບົບ.
Windows 8 ນີ້ມີ Feature ໃໝ່ໃຫ້ຜູ້ນຳໃຊ້ສາມາດແກ້ໄຂລະບົບໄດ້
ເມື່ອລະບົບມີບັນຫາຈົນບໍ່ສາມາດແກ້ໄຂໄດ້ແບບປົກກະຕິ Feature
Refresh ຫຼື Reset ຂອງWindows 8 ຊ່ອຍໃຫ້ທ່ານແກ້ໄຂໄດ້ງ່າຍ
ໂດຍໃຊ້ເວລາບໍ່ດົນ
ການ Refresh ? ຄືການລ້າງລະບົບໃໝ່ໃຫ້ກັບເຄື່ອງທີ່ນຳໃຊ້ໄປເປັນ
ເວລາດົນນານແລ້ວຮູ້ສຶກວ່າ ເຄື່ອງເຮັດວຽກຊ້າ ຫຼື ມີບັນຫານັ້ນ
ໃຫ້ສາມາດກັບມາເຮັດວຽກໄດ້ດີຂື້ນໂດຍການ Refresh ນີ້ຈະບໍ່ເຮັດໃຫ້
ໄຟລ໌, ການປັບແຕ່ງສ່ວນບຸກຄົນ(Personalization Settings)
ແລະ Application ເສຍໄປ
ການ Reset? ຈະລືບທຸກຢ່າງໃນເຄື່ອງອອກທັງໝົດ ບໍ່ວ່າຈະເປັນໄຟລ໌,
Application, accounts ຕ່າງໆຂອງທ່ານ ເວົ້າງ່າຍໆຄື ເຄື່ອງຈະກັບມາ
ຄືຕອນຕິດຕັ້ງ windows ຄັ້ງທຳອິດ
Feature ທັງສອງ ທ່ານສາມາດເຂົ້າໄດ້ທີ່ເມນູ Charms Bar ເລືອກ
Settings > Change PC Settings > General
8. Task Manager.
Windows 8 ປັບປຸງ Task Manager ໃຫ້ມີໜ້າຕາງາມຂື້ນ ນຳໃຊ້ໄດ້ງ່າຍ
ແລະ ມີປະສິດທິພາບຫລາຍກວ່າເກົ່າ ການສະແດງ Application ຕ່າງໆ
ແບ່ງອອກເປັນໝວດໝູ່ Apps, Background Processes ແລະ Windows
Processes ແລະ ມີລາຍລະອຽດການນຳໃຊ້ຊັບພະຍາກອນເຄື່ອງຂອງແຕ່ລະ
Application ໃຫ້ເຫັນວ່າ ນຳໃຊ້ CPU, Ram, Bandwidth ເທົ່າໃດ
ໃນແບບ Real Time ພ້ອມທັງຍັງມີການສະແດງໃນຮູບແບບ Graps
ແລະ ບັນທຶກການນຳໃຊ້ຊັບພະຍາກອນໃນແຕ່ລະຊ່ວງເວລາໃຫ້ສາມາດ
ເບີ່ງຍ້ອນຫລັງໄດ້ ນອກຈາກນີ້ ຍັງສາມາດຕັ້ງຄ່າໃຫ້ Application
ເລີ່ມເຮັດວຽກ ຫຼື ບໍ່ເຮັດວຽກທັນທີທີ່ເປີດເຄື່ອງໄດ້.
9. ໜ້າຕ່າງກ໊ອບປີ້ໄຟລ໌.
Windows 8 ມີການກ໊ອບປີ້ໄຟລ໌ແບບໃໝ່ທັງຮູບຮ່າງໜ້າຕາ ແລະ
ປະສິດທິພາບທີ່ດີຂື້ນ ໂດຍເມື່ອພົບເຫັນໄຟລ໌ທີ່ມີຊື່ຊ້ຳກັນ ແລະ ສະແດງ
ໜ້າຕ່າງຖາມກ່ອນວ່າຕ້ອງການຈະເຮັດຫຍັງກັບມັນ ເຮັດໃຫ້ຜູ້ໃຊ້ສາມາດ
ຕັດສິນໃຈໄດ້ວ່າຈະເຮັດແບບໃດກັບໄຟລ໌, ສາມາດປັບຄວາມໄວໃນການ
ກ໊ອບປີ້ໄດ້ດ້ວຍຕົວເອງຕົວຢ່າງເຊັ່ນ: ທ່ານກຳລັງກ໊ອບປີ້ໄຟລ໌ຜ່ານລະບົບ
ເຄື່ອຂ່າຍບໍ່ມີສາຍຢູ່ ແຕ່ມາສຽບສາຍແລນໃນເວລາຕໍ່ມາລະບົບຈະຮັບຮູ້
ແລະ ປັບຕົວເອງໃຫ້ເຮັດວຽກໄວຂື້ນໂດຍອັດຕະໂນມັດ, ຖ້າໄຟລ໌ມີຂະໜາດ
ໃຫຍ່ຫລາຍຈົນເຄື່ອງຄອມພິວເຕີເຂົ້າໂໝດ Sleep ຫຼື Hibernate
ລະບົບຈະຫຍຸດການກ໊ອບປີ້ໄຟລ໌ ແລະ ເມື່ອຕື່ນຂື້ນມາ ຈະຖາມວ່າ
ຕ້ອງການ Resume ຕໍ່ ຫຼື ບໍ່, ຖ້າມີບັນຫາ error ໃນຂະນະທີ່
ກ໊ອບປີ້ໄຟລ໌ ລະບົບຈະຖາມກ່ອນການເລີ່ມກ໊ອບປີ້ ໃນກໍລະນີພົບເຫັນກ່ອນ
ຫຼືແຈ້ງເຕືອນບັນຫາຫລັງຈາກກ໊ອບປີ້ສຳເລັດ ໃນກໍລະນີພົບເຫັນລະຫວ່າງທາງ
ຈະຊ່ອຍເຮັດໃຫ້ການເຮັດວຽກບໍ່ຢຸດທັນທີ ແລະ ທ່ານບໍ່ຕ້ອງນັ່ງເຝົ້າໜ້າ
ຄອມພິວເຕີຕະຫລອດເວລາທີ່ກ໊ອບປີ້ໄຟລ໌.
10. Ribbon ເມນູຂອງ Windows Explorer.
Windows Explorer ຂອງ Windows 8 ຈະມີເມນູແບບ Ribbon
ທີ່ຄືກັບ Microsoft Office 2010 ເຮັດໃຫ້ນຳໃຊ້ໄດ້ສະດວກສະບາຍ
ແລະ ມີຫລາຍຂື້ນໂດຍ Windows Explorer ສະແດງຜົນໄດ້ທັງແບບເຕັມ
ແບບຫຍໍ້(minimize) ຊຶ່ງເປັນ default ເພື່ອຫລຸດຄວາມສັບຊ້ອນ ແລະ
ເພີ່ມພື້ນທີ່ຂອງໜ້າຕ່າງ Explorer
ຢູ່ທີ່ປຸ່ນກົດ Ribbon ຈະມີ Tooltip ຂອງປຸ່ນກົດຈະສະແດງລາຍລະອຽດວ່າ
ໃຊ້ໄວ້ເຮັດຫຍັງ ຄ່າຕ່າງໆທີ່ທ່ານຕັ້ງໄວ້ໃນ Explorer ສາມາດບັນທຶກໄວ້ໃນ
accounts ຂອງທ່ານໄດ້ ແລະ ສາມາດນຳໄປໃຊ້ເຊື່ອມຕໍ່ກັບຄອມພິວເຕີ
ເຄື່ອງອື່ນໂດຍອັດຕະໂນມັດ.

No comments:

Post a Comment