Sunday, January 10, 2016

Internet ຊ້າລົງຍ້ອນຫຍັງ ?

Internet ຊ້າລົງຍ້ອນວ່າ ?
     
Internet ຊ້າລົງຍ້ອນວ່າ ?
Posted by song


ການທີ່ Internet ຊ້າມີຫລາຍສາເຫດດັ່ງນີ້:

1.     ເກີດຂື້ນຈາກການນຳໃຊ້ເຊັ່ນ: FTP, Mail, Web ຫລາຍເກີນ
Bandwidth ທີ່ສະໝັກໄວ້ກັບ ISP ( ຮັບ ສົ່ງ ຂໍ້ມູນຫລາຍ ).

ວິທີແກ້ໄຂ: ໃຫ້ກຳນົດການນຳໃຊ້ Internet ພາຍໃນອົງການຈັດຕັ້ງວ່າ
ໃຜຈຳເປັນຕ້ອງນຳໃຊ້ ຫຼື ບໍ່ຈຳເປັນຕ້ອງນຳໃຊ້ ຫຼື ຈະກໍານົດໃຫ້ໃຊ້ໄດ້
ສະເພາະບາງຢ່າງເຊັ່ນ Mail, MSN, Web ເປັນຕົ້ນ ຖ້າຍັງບໍ່ໄວຂື້ນ
ແນະນຳໃຫ້ຂະຫຍາຍ Banwidth .

2.     ສາເຫດເກີດມາຈາກ media ( LL, ISDN, ADSL, PSTN )
ເຊັ່ນ: ຄູ່ສາຍແມ່ນມີອາຍຸເກົ່າເກີນໄປ ຫຼື ມີສັນຍານລົບກວນຫລາຍ
ຈົນເກີດການ Loss.

ວິທີແກ້ໄຂ: ລາຍງານໃຫ້ຜູ້ບໍລິການ media provider ກວດສອບ
ແລະ ແກ້ໄຂ.

3.     ເກີດຈາກ network ພາຍໃນ ເຊັ່ນ: ຕິດ virus ຊຶ່ງເຮັດໃຫ້ເກີດ
ການແອອັດຂອງຂໍ້ມູນພາຍໃນ network.

ວິທີແກ້ໄຂ: ຈັດການຂ້າ virus ແລະ Update windows
ຢ່າງສະໝ່ຳສະເໝີ.

4.     ເກີດຈາກອຸປະກອນ network (gateway, router,
switch/hub ) ອາດຈະມີບັນຫາ ອຸປະກອນເກົ່າເກີນໄປ ເກີດການເສຍ
ຄຸນນະພາບ ເຮັດໃຫ້ເກີດການ delay ຫຼື ບໍ່ສາມາດທີ່ຈະເຮັດວຽກໄດ້.

ວິທີແກ້ໄຂ: ກວດກາເບິ່ງ ຫຼື ປ່ຽນແທນອຸປະກອນ.

5.     ເກີດຈາກຄອມພິວເຕີຂອງຜູ້ໃຊ້ນັ້ນເອງ ອາດຈະມີປະສິດທິພາບຕ່ຳ
ເກີນກວ່າການນໍາໃຊ້ຕົວຈິງ ຫຼື ໃຊ້ວຽກເປິດໂປຣແກຣມຫລາຍເກີນໄປ ຫຼື
ອາດຈະຂາດການບຳລຸງຮັກສາ.

ວິທີແກ້ໄຂ: ໃຫ້ update windows ຫຼື ໂປຣແກຣມຕ່າງໆ
ຢ່າງເປັນປົກກະຕິໂດຍສະເພາະ Anti-virus.

No comments:

Post a Comment