Thursday, January 21, 2016

ຄວາມປອດໄພໃນການນໍາໃຊ້ ອິນເຕີເນັດທີ່ຄວນຮູ້

ຄວາມປອດໄພໃນການນໍາໃຊ້ ອິນເຕີເນັດທີ່ຄວນຮູ້


ນັກຫລິ້ນອິນເຕີເນັດທຸກທ່ານ ກະລຸນາອ່ານບົດຄວາມນີ້ກ່ອນ ” ການຮັກສາ
ຄວາມປອດໄພໃນການຫລິ້ນອິນເຕີເນັດ ” ຫລາຍໆທ່ານອາດຈະແປກໃຈວ່າ
ຫລິ້ນອິນເຕີເນັດມາແຕ່ດົນ ບໍ່ເຄີຍມີບັນຫາຫຍັງ ແຕ່ວ່າລອງອ່ານຂໍ້ມູນຂ້າງລຸ່ມ
ນີ້ກ່ອນ ຈາກນັ້ນທ່ານຈະເຫັນວ່າ ມັນບໍ່ຄືທີ່ທ່ານເຄີຍຄິດມາ
1. Auto Complete
ຫລາຍໆທ່ານທີ່ນໍາໃຊ້ອິນເຕີເນັດໃນຮ້ານບໍລິການອິນເຕີເນັດທົ່ວໄປ ຫຼື
ໃຊ້ຄອມພິວເຕີຮ່ວມກັນຜູ້ອື່ນ ທ່ານເຄີຍຮູ້ບໍວ່າເປັນຫຍັງບາງເທື່ອ
ເວລາຕື່ມຂໍ້ມູນໃສ່ໃນບາງເວັບໄຊ ຈິ່ງມີຂໍ້ຄວາມຂື້ນມາໃຫ້ອັດຕະໂນມັດ
ໂດຍບໍ່ຈຳເປັນຕ້ອງຕື່ມຂໍ້ມູນຈົນສໍາເລັດ ເນື່ອງຈາກວ່າໂປຣແກຣມ IE
ແມ່ນມີການເກັບຂໍ້ມູນທີ່ທ່ານເຄີຍພິມໄວ້ ໂດຍມີຟັງຊັ້ນທີ່ຊ່ວຍໃນການ
ຕື່ມຂໍ້ມູນນັ້ນຄື Autocomplete ແລ້ວທ່ານລອງຄິດເບິ່ງວ່າ ຖ້າມີໃຜ
ຜູ້ໜຶ່ງເອົາຂໍ້ມູນຂອງທ່ານໄປໃຊ້ ທ່ານຄິດວ່າຈະເປັນແນວໃດ?
ພວກເຮົາມີວິທີທີ່ຈະແກ້ໄຂໃຫ້ດັ່ງນີ້:
• ກົດໄປທີ່ເມນູ Tools
• ເລືອກເອົາ Internet Options
• ກົດແທ໊ບເພື່ອເລືອກ Contents
• ກົດເລືອກປຸ່ມ AutoComplete
• ກົດ ຍົກເລີກອ໊ອບຊັ້ນ Forms
2. Clear History
ເວລາທີ່ທ່ອງທ່ຽວເວັບໄຊແລ້ວ ບໍ່ຕ້ອງການໃຫ້ໃຜຮູ້ວ່າເຮົາເຄີຍໄດ້ເຂົ້າ
ເວັບໄຊໃດມາແດ່ ຊຶ່ງບາງເວັບໄຊ ອາດຈະບໍ່ເໝາະສົມສໍາລັບເດັກນ້ອຍ ຫຼື
ຫົວໜ້າຂອງທ່ານທີ່ຈະຮູ້ ຈະເຮັດແນວໃດດີ ບໍ່ຍາກເຮົາມີວິທີທີ່ຈະມາບອກ
• ກົດໄປທີ່ເມນູ Tools
• ເລືອກເອົາ Internet Options
• ກົດແທ໊ບເພື່ອເລືອກ General
• ໃຫ້ກົດປຸ່ມ Clear History
3. Cookies
Cookies ແມ່ນເປັນ Text file ຂະໜາດນ້ອຍທີ່ເວັບເຊີເວີສົ່ງກັບມາ
ທີ່ເຄື່ອງຄອມພິວເຕີຂອງທ່ານ ເຮັດໜ້າທີ່ໃນການເກັບຂໍ້ມູນຕ່າງໆໃນຮູບແບບ
ຂອງໄຟລ໌ເພື່ອຈື່ລະຫັດຜ່ານ ລາຍລະອຽດຂອງການເຂົ້າໄປນຳໃຊ້ເວັບໄຊນັ້ນໆ
ຊຶ່ງຈຸດນີ້ເອງ ເຮັດໃຫ້ເຈົ້າຂອງເວັບໄຊ ຫຼື ພວກແຮັກເກີ ສາມາດເຂົ້າໄປ
ກວດກາ ປັບປຸງແກ້ໄຂ ຫຼື ທໍາລາຍເຄື່ອງຄອມພິວເຕີຂອງທ່ານໄດ້
ພວກເຮົາມີວິທີແກ້ໄຂໃຫ້ດັ່ງນີ້:
• ເຂົ້າໄປໃນໂປຣແກຣມ Windows Explorer
• ເຂົ້າໄປໃນໂຟນເດີ C:winodwscookies ລຶບ File ທັງໝົດ
ທີ່ຢູ່ໃນໂຟນເດີນັ້ນ
• ເຂົ້າໄປໃນໂຟນເດີ C:winodwsTemporary Internet Files
ລຶບ File ທັງຫມົດທີ່ຢູ່ໃນໂຟນເດີນັ້ນ
• ອາດຈະນໍາໃຊ້ໂປຣແກຣມ Disk Clean up ຊຶ່ງຢູ່ໃນເມນູ
Accessories ເພື່ອຊ່ວຍກໍໄດ້
4. Security Level
ການກໍານົດລະດັບຂອງການຮັກສາຄວາມປອດໄພໃນລະດັບຕ່າງໆໄດ້ງ່າຍໆ
ພຽງແຕ່ກົດເລືອກລະດັບທີ່ຕ້ອງການ High, Medium, Medium-Low
ແລະ Low ຊຶ່ງແຕ່ລະລະດັບກໍຈະມີຄຳອະທິບາຍໄວ້ໃຫ້ ແລະ ຖ້າຫາກ
ທ່ານເປັນຜູ້ທີຊໍານິຊໍານານໃນການນໍາໃຊ້ອິນເຕີເນັດ ອາດຈະສາມາດເລືອກ
ຫົວຂໍ້ Custom ເພື່ອກໍານົດລາຍລະອຽດຍ່ອຍໆໄດ້ດ້ວຍຕົນເອງ
• ກົດໄປທີ່ເມນູ Tools
• ເລືອກເອົາ Internet Options
• ກົດແທ໊ບເລືອກ Security
• ກົດແທ໊ບເລືອກ Default Level
• ປັບລະດັບຂອງການຮັກສາຄວາມປອດໄພຕາມຄວາມຕ້ອງການ

No comments:

Post a Comment