Tuesday, January 19, 2016

ຄວາມລັບຂອງປຸ່ມ ຄີລັດ ໃນ Window ທີ່ໃຜຫຼາຍຄົນບໍ່ເຄີຍໄດ້ໃຊ້

ຄວາມລັບຂອງປຸ່ມ ຄີລັດ ໃນ Window ທີ່ໃຜຫຼາຍຄົນບໍ່ເຄີຍໄດ້ໃຊ້
ນຳສະເໜີໂດຍ: ໄວຫນຸ່ມລາວ piti7.blogspot.com
ຄວາມ​ລັບ​ຂອງ​ປຸ່ມ ຄີ​​​ລັດ ໃນ Window ທີ່​ໃຜ​ຫຼາຍ​ຄົນ​ບໍ່​​ເຄີຍ​ໄດ້​ໃຊ້
ຖ້າ​ເກີດ​ເມົາ​​ຂອງ​ເຮົາ​ມີ​ບັນ­ຫາເຮົາ​ຈະ​ເຮັດ​ແນວ­ໃດ ມື້­ນີ້​ມີ​ວິ­ທີ​ໃຊ້​ຄີ​​ບອດ​ສຸດ​​ຍອດມາ​ຝາກ​ເພື່ອນໆ​ກັນລອງ​ເຮັດ​ແລ້ວ​ວິ­ທີ​ເຫຼົ່າ​ນີ້​ໄດ້­ຜົນ​ເກີນ​ຄາດ​ແທ້ໆ​​ບາງ​ຢ່າງ​ເຮົາ​ກໍ​ບໍ່​ຮູ້ບາງ​ຢ່າງ​ຫຼາຍ​ຄົນ​ອາດ​ຈະ​ຮູ້​ແລ້ວ​ແຕ່​ວິ­ທີ​ເຫຼົ່າ​ນີ້​ມັນ​ສຸດ​ຍອດ​ຫລາຍໆ
1.
ການ Lock Screen ຢ່າງ​ວ່ອງ­ໄວ ໃຫ້​ກົດ​ປຸ່ມ​ຮູບ​ວິນ​ໂດ​​ເທີ່ງ​ແປ້ນ​ພິມ ແລ້ວ​ກົດ​ປຸ່ມ L ເທົ່າ​ນີ້​ເຄື່ອງ​ຄອມ​​ພິວ​ເຕີຈະ​ກໍ່​ການ​​ລ໋ອກ​ໜ້າ​​ຈໍ​ເຮັດ​ວຽກ​ຂອງ​ເຈົ້າ
2.
ການ​ເປີດ Windows Explorer ຢ່າງ​ວ່ອງ­ໄວ ພຽງ​ແຕ່​​ກດ​ປຸ່ມ​ວິນ​ໂດ​​ຕາມ​ດ້ວຍ​ປຸ່ມ E ກໍ​ຈະ​ເປີດ Windows Explorer ໃຫ້​ແລ້ວ​​
3.
ການ​ເປີດ Desktop ຢ່າງ​ວ່ອງ­ໄວ(ເມື່ອ​ໃຊ້​ງານ​ໜ້າ​​ຈໍ​ອື່ນຈະ​ຖືກພັບ​ໜ້າ​​ຈໍ​ລົ​​ງ​ອັດຕະ​ໂນ​​ມັ​ດເຊັ່ນ ຫລິ້ນ​ເກ​​ມ ເບິ່ງ​ໜັງ​ຢູ່ ແລ້ວ​ຫົວ​ຫ​ນ້າຍ່າງ​ເຂົ້າ​ມາ)ໃຫ້​ກົດ​ປຸ່ມ​ວິນ​ໂດ​​ແລະ​ປຸ່ມ D ເທົ່າ​ນີ້​ກໍ​ສະ­ບາຍ​ຫາຍ​ຫ່ວງ
4.
​​ສ​ະລັບ​ໜ້າ​​ຈໍຢ່າງ​ເທ່ໆແບບ 3 ມິ​ຕິ ດ້ວຍ​ການ​ກົດ​ປຸ່ມ​ວິນ​ໂດ ຕາມ​ດ້ວຍ​ປຸ່ມ Tab ມັນ​​ເທ່​ແທ້ໆ
5.
ບັນ­ທຶກ​ພາບ​ໜ້າ​​ຈໍ​ການ​ເຮັດ​ວຽກ​ງານ​ເທິງ​ວິນ​ໂດ​ແຕ່​ລະ​​ຂັ້ນ​ຕອນ​ຂອງ​ເຈົ້າ ໂດຍ​ກົດ​ປຸ່ມ​ວິນ​ໂດ​​ + R ແລ້ວ​ພິມ psr.exe ລົງ​ໃນ​ຊ່ອງ​ຄຳ​ສັ່ງ ກົດ​ປຸ່ມ Enter ກໍ​ຈະ​ເປີດ​ໂປ​​ຣ​ແກ​​ຣມ Problem Steps Recorder ຂຶ້ນ​ມາ​ໃຫ້​ເຈົ້າ​ບັນ­ທຶກ​ພາບ​ໜ້າ​​ຈໍ​ໄດ້​ທັນ­ທີ
6.
ການ​ເອີ້ນ​ຄີ​​ບອດ​ຈຳ­ລອງ ເວ­ລາ​ຄີ​​ບອດ​ມີ​ບັນ­ຫາ​ກົດ​ບໍ່​ຕິດ ​​ປຸ່​ມເສຍ ໃຫ້​ກົດ​ປຸ່ມ​ວິນ​ໂດ​​ + R ແລ້ວ​ພິມ​ຄຳ​ສັ່ງ osk ຈະ​ປາ­ກົດ​ຄີ​​ບອດ​ຂຶ້ນ​ເທິງ​​ຈໍ (On-Screen Keyboard)
7.
ການ​ຊູ​​ມ​ຢ່າງ​ວ່ອງ­ໄວ ຫາກ​ຮູບ​ພາບ​ຫລື​​ຕົວ​ອັກ­ສອນ​ນ້ອຍ​ຫລື​ໃຫຍ່​ເກີນ​ໄປ ກົດ​ປຸ່ມ​ວິນ​ໂດ​​ ​​ພ້ອມ​ກັບ + ຫລື - ຈະ​ຊ່ວຍ​ຊູ​​ມ​ຂະ­ຫຍາຍ​ຫລື​ລຸ​​ດ​ຂະ­ໜາດ​ໜ້າ​​ຈໍລົ​​ງ
8.
ການ​​ສ​ະລັບ​ໜ້າ​​ຈໍ​ໃນ​ໂປ​​ຣ​ແກ​​ຣມ Internet Exproler ຢ່າງ​ວ່ອງ­ໄວເຊັ່ນ ເວ­ລາ​ຫລິ້ນ​ອິນ​ເຕີ​​ເ​ນັດ​ແລ້ວ​ເປີດ​​ເ​ວັບ​ຂຶ້ນ​ມາ​ຫຼາຍ​​ແ​ທັບ​ໃນ​ໜ້າ​ຕ່າງ​ດຽວ​ກັນເມື່ອ​​ກົດ​ປຸ່ມ Ctrl+Tab ກໍ​ຈະ​ເລື່ອນ​ໄປ​ຍັງ​​ແ​ທັບ​ຖັດ​ໄປ​ໃນ​ໜ້າ​ຕ່າງ​ດຽວ​ກັນ​ນັ້ນ​ໄດ້​ໂດຍ​ບໍ່​ຕ້ອງ​ໃຊ້​ເມົາ​​ຄິກແລະ​ກົດ Ctrl+w ເພື່ອ​ປິດ​ໜ້າ​​ຈໍ​ທີ່​ໃຊ້​ງານ​ກ່ອນ​ໜ້າ​ໂດຍ​ບໍ່​ຕ້ອງ​ເສຍ​ເວ­ລາ​ເອົາ​ເມົາ​​​ໄປ​​ຄິ​​ກ​ປຸ່ມກາກາ​ບາດ
9. Ctrl+Esc
ກໍ​ຈະ​ເອີ້ນ​ເມ​​ນູ Start ຂຶ້ນ​ມາ
10.
ປິດ​ໜ້າ​ຕ່າງ​ທີ່​ໃຊ້​ງານ​ຢູ່​ດ້ວຍ​ປຸ່ມ Alt+F4  ໜ້າ​​​ຈໍ​ທີ່​ໃຊ້​ງານ​ຢູ່​ກໍ​ຈະ​ຖືກ​ປິດ​ລົງ
============================================================================================================



No comments:

Post a Comment