Friday, January 15, 2016

ເປີດຕົວແລ້ວ Office 2013 ຮຸ່ນຫລ້າສຸດ ພ້ອມໃຫ້ດາວໂຫລດທົດລອງໃຊ້ລ້າໆ

office1


ມື້ນີ້ຂໍອະນຸຍາດລາຍງານຂ່າວຄວາມເຄື່ອນໄຫວຫລ້າສຸດຂອງໄມໂຄຣຊອຟທ໌ (Microsoft) ເຊິ່ງຫລ້າສຸດເມື່ອຕອນເຊົ້າມືດ ຂອງວັນທີ 17 ກໍລະກົດ 2012 ທາງບໍລິສັດໄດ້ເຜີຍວິໄສທັດຂອງຊອຟທ໌ແວຣ໌ທີ່ມີຜູ້ໃຊ້ຫລາຍທີ່ສຸດໃນໂລກ ແລະ ຖືເປັນຜະ ລິດຕະພັນທີ່ອອກຫນ້ານັ້ນກໍ່ຄື Office 2013 ເຊິ່ງບໍ່ພຽງແຕ່ມີການປັບໂສມການເຮັດວຽກໃຫ້ໃຊ້ໄດ້ສະດວກຂຶ້ນມັນຍັງຮອງ ຮັບການໃຊ້ວຽກໃນລະບົບສໍາຜັດ ໂດຍສະເພາະເມື່ອໃຊ້ກັບ ແທັບເລັດ Windows 8 ແຖມຍັງປັບປ່ຽນບົດບາດທາງທຸລະກິດ ຂອງການໃຊ້ຊອຟທ໌ແວຣ໌ດ້ວຍການເກັບຄ່າບໍລິການສະມາຊິກ ແລະ ຄລາວຄອມພິວຕິງ (Cloud Computing).

office2
office4

office3


 ແນວທາງໃນການປັບໂສມຂອງ Office 2013 ປ່ຽນຈາກການທີ່ມີອຸປະກອນຫລວງຫລາຍຈົນໃຊ້ກັນບໍ່ຫມົດ ຫລື ຮົກເຫື້ອຈົນຫາບໍ່ພົບໄປສູ່ອິນເຕີ ເຟດໃຫມ່ທີ່ລຽບງາຍ ແລະ ຕອບສະຫນອງການໃຊ້ວຽກໄດ້ຢ່າງວ່ອງໄວອີກທັງຍັງເຮັດວຽກໄດ້ທັງໃນຄອມພິວເຕີທົ່ວໄປ ແລະ ຄອມພິວເຕີລະບົບ ຫນ້າຈໍສໍາຜັດເປັນຕົ້ນແທັບເລັດໄດ້ຢ່າງລົງຕົວອີກດ້ວຍ, ນອກຈາກນີ້ Office 2013 ຍັງສະຫນັບສະຫນູນການເຮັດວຽກກັບສະຕາຍລ໌ລັສກັນແອບ ພລິເຄເຊິນຕ່າງໆດ້ວຍຟີເຈີທີ່ຮຽກວ່າ “inking” ໃນຂະນະທີ່ການໃຊ້ວຽກໃນຄອມພິວເຕີຈະສາມາດສະຫມັກເປັນສະມາຊິກ ເພື່ອໃຊ້ວຽກຮ່ວມກັບລະ ບົບຄລາວດ໌ ໂດຍຈ່າຍຄ່າບໍລິການສຳລັບສະກາຍດຣາຍ (SkyDrive) ນອກຈາກນີ້ການໃຊ້ບໍລິການໂຕ້ຕອບລະຫວ່າງຜູ້ໃຊ້ດ້ວຍກັນ Office 2013 ຈະເປັນລູກຫລິ້ນໃຫມ່ທີ່ຖືເປັນການປ່ຽນແປງຄັ້ງໃຫຍ່ຂອງຊຸດຊອຟທ໌ແວຣ໌ນີ້ອີກຢ່າງໃດກໍ່ຕາມສໍາລັບ Office ເວີເຊິນເວັບເບສຈະຍັງໃຫ້ໃຊ້ລ້າຢູ່ ແຕ່ຖ້າເປັນເວີເຊິນເດສທ໋ອບຈະມີສ່ວນຂອງການສະຫມັກສະມາຊິກ ເພື່ອໃຊ້ບໍລິການເພີ່ມເຕີມອີກ.

   ສໍາລັບຜູ້ໃຊ້ Windows 8 ຮຸ່ນທົດລອງຕອນນີ້ກໍ່ສາມາດດາວໂຫລດ Microsoft Office 2013 ໄດ້ທີ່http://www.microsoft.com/office/preview/en ຈະປາກົດຫນ້າໂປຣແກຣມ Office ຕ່າງໆເທິງຫນ້າຈໍ Metro Style (ຫນ້າເດສທ໋ອບທີ່ເປັນຊ່ອງສີ່ຫລ່ຽມຫລາຍໆອັນຂອງ Windows 8) ເຊິ່ງມີໂປຣແກຣມທີ່ທາງຄຸ້ນເຄີຍກັນດີນັ້ນກໍ່ຄື Word, Excel, Powerpoint, Onenote, Outlook ແລະ ຮຸ່ນອື່ນໆ ແຕ່ຖ້າທ່ານຜູ້ອ່ານທີ່ໃຊ້ລະບົບປະ ຕິບັດການ Windows 7 ກໍ່ຍັງສາມາດໃຊ້ Office 2013 ໄດ້ໂດຍຄຸນສົມບັດໃຫມນີ້ນອກຈາກຈະມີຫນ້າຕາໃຫມ່ແລ້ວຍັງຮອງຮັບການເຮັດວຽກໃນ Cloud Computing, ການແບ່ງປັນຟາຍລ໌ ແລະ ເຊື່ອມໂຍງກັບ Social Network ແລະ ການເຂົ້າເຖິງຟາຍເອກະສານຕ່າງໆທຸກເທື່ອທີ່ເຂົ້າອິນເຕີ ເນັດ.

No comments:

Post a Comment