Monday, February 01, 2016

ກ່ອນຈະມາເປັນຄອມພີວເຕີໃດ້



ພາກສ່ວນຕ່າງໆຂອງຄອມພີວເຕີ
 






Ì ພາກສ່ວນຂອງຮາດແວ ( hardware )


8 ພາກສ່ວນເຄສ ( case )
        ເຄສເປັນຕົວກ່ອງ ຫຼື ວ່າເປັນກ່ອງເຊີ່ງເປັນສ່ວນປະກອບຫໍ່ຫຸ້ມເຄື່ອງພາຍໃນຂອງຄອມພີວເຕີທັງໝົດເຊີ່ງຄົນທົ່ວໄປມັກຈະເອີ້ນວ່າຊີພີຢູເນື່ອງຈາກການເຂົ້າໃຈຜິດພາຍໃນເຄສກໍ່ຈະມີພື້ນທີ່ໄວ້ສຳລັບຕິດຕັ້ງອຸປະກອນຕ່າງເຊັ່ນ: ເມນບ໋ອດ ຮາດດີດ ຊີດີຣອມ ປອບປີດີດ ແລະ ອື່ນໆ.ໃນປັດຈຸບັນສ່ວນຫຼາຍນິຍົມໃຊ້ເຄສຊະນິດແນວຕັ້ງເພື່ອສະດວກໃນການຕິດຕັ້ງອຸປະກອນໃດ້ງາຍ ແລະ ທັງເປັນການປະຢັດເນື້ອທີ່ການເຮັດວຽກອີກດ້ວຍ.

8 ພາກສ່ວນພາວເວີສັບພຣາຍ ( power subply )
        ອຸປະກອນຄອມພີວເຕີທຸກອຸປະກອນຈະບໍ່ສາມາດເຮັດວຽກໃດ້ຫາກບໍ່ມີກະແສໄຟຟ້າຍົກເວັ້ນຈະໃຊ້ແບັດເຕີລີສຳຮອງໄຟເຊັ່ນ: ແບັດເຕີລີໃນຄອມພີວເຕີນ໋ອດບຸກ ພາວເວີສັບພຣາຍຈະເຮັດຫນ້າທີ່ໃນການນຳກະແສໄຟຟ້າເຂົ້າໃນເຄື່ອງຄອມພີວເຕີເພື່ອໃຫ້ເຄື່ອງຄອມພີວເຕີສາມາດນຳໄຊ້ໄດ້.


                                   ຮູບພາບກະກອບ

8 ຊຸດພັດລົມລະບາຍຄວາມຮ້ອນ ( heat sink fan )
       ຊຸດພັດລົມລະບາຍຄວາມຮ້ອນຈະຕິດຕັ້ງໄວ້ກັບຊີພີຢູ ເພື່ອຊ່ວຍລະບາຍຄວາມຮ້ອນຈາກຊີພີຢູເຄື່ອງຄອມພີວເຕີລຸ້ນໄຫມ່ສ່ວນຫຼາຍມັກຈະມີການຕິດຕັ້ງຮີດວີງມາພ້ອມກັບຊີພີຢູ ຫຼື ຈະສາມາຊື້ແຍກຕ່າງຫາກກໍ່ໃດ້ໃນການເລືອກຊື້ຄວນເບີ່ງວ່າຊີພີຢູນັ້ນເປັນລຸ້ນໃດ,ຄວາມໄວເທົ່າໃດເພື່ອຈະເລືອກພັດລົມໃຫ້ເໝາະສົມໂດຍພັດລົມຈະມີຄວາມໄວໃນການພັດເມື່ອມີຄວາມຮ້ອນສູງ ແລະ ມັນຈະຊ່ວຍໃນການລະບາຍຄວາມຮ້ອນໃດ້ດີແຕ່ວ່າຈະເຮັດໃຫ້ເກີດມີສຽງດັງລົບກວນເວລາໄຊ້ງານ.

8 ໜ່ວຍປະມວນຜົນກາງ( Microprocessor / CPU (Central Processing unit)

     ໄມໂຄໂປເຊສເຊີ ສ່ວນຫຼາຍຈະມັກເອີ້ນວ່າ ຊີພີຢູ ເຊີ່ງວ່າເປັນສ່ວນທີ່ເປັນຫົວໃຈຂອງຄອມພີວເຕີເຊີ່ງວ່າຊີພີຢູ່ທີ່ຍິຍົມໄຊ້ຫຼາຍມີຫຼາຍຍີ່ຫໍ້ດ້ວຍກັນ ເຊັ່ນ: AMD INTEL P OWERPC, SPARE. CYRIL ຊີພີຢູຈະເຮັດຫນ້າທີ່ການປະມ່ວນຜົນກາງຂອງເຄື່ອງຄອມພີວເຕີ.

CPU Intel Corei 5



8 ພາກສ່ວນແຣມ RAM ( Random Access Memory )
           ໜ່ວຍຄວາມຈຳແຣມເປັນໜ່ວຍຄວາມຈຳຊະນີດໜື່ງທີ່ບັນທືກ ແລະ ອ່ານຂໍ້ມູນດ້ວຍກະແສໄຟຟ້າ ແລະ ຕ້ອມມີກະແສໄຟຟ້າຈ່າຍໃຫ້ຕະຫລອດເວລາຖ້າຫາກວ່າປິດຄອມພີວເຕີຂໍ້ມູນທັງໝົດທີ່ຢູ່ໃນແຣມກໍ່ຈະຫາຍໄປທັ


ໝົດໂດຍແຣມຈະຖືກສ້າງຂື້ນມາຮັບໃຊ້ໃນການຮັບຂໍ້ມູນຈາກຊີພີຢູກັບຮາດດີດ ຫຼື ອຸປະກອນຈັດເກັບຂໍ້ມູນຊະນະີດອື່ນ.










8 ພາກສ່ວນຂອງຮາດດີດ ( hard disk )
    ຮາດດີດແມ່ນອຸປະກອນຂັດເກັບຂໍ້ມູນຂັ້ນສູງທີ່ມີຄວາມຈຳຫຼາຍ ແລະ ສາມາເຊື່ອຖືໃດ້ເຊີ່ງວ່າເປັນອຸປະກອນທີ່ວ່າໄຊ້ແຖມແມ່ເຫຼັກໃນການຈັດເກັບຈໍ້ມູນ ນັບຕັ້ງແຕ່ໂປຣແກຣມລະບົບປະຕິບັດການ ໂປຣແກຣມປະຍົກ ຕະຫຼອດຈົນຮອດຂໍ້ມູນທີ່ໃດ້ຈາກການປະມວນຜົນຂອງຊີພີຢູ







8 ພາກສ່ວນດີສໄດຣ ( disk drive )
      ເປັນອຸປະກອນສຳລັບອ່ານ ແລະ ບັນທືກຂໍ້ມູນຈາກແຜ່ນ( diskette ) ດີດເກັດປັດຈຸບັນມີຂະໜາດ 3,5 ນີ້ວສຳລັບອ່ານຂໍ້ມູນຈາກແຜ່ນດີດເກັດດ້ານທ້າຍຂອງໄດຣຈະມີຄອນເນັດເຕີສຳລົບຕໍ່ສາຍໄຟຟ້າຈາກພາວເວີສັບພຣາຍເຂົ້າທີດີດໄດຣ ແລະ ຄອນເນັດເຕີສຳລັບຕໍ່ສາຍແພ ສາຍຮັບສົ່ງຂໍ້ມູນເຂົ້າກັບຄອນເນັດ FDD concector




8 ພາກສ່ວນກາດສະແດງຜົນ ( Display card )
      ກາສການສະແດງຜົນ ຫຼື ເອີ້ນອີກຢ່າງໜື່ງວ່າ ກາສຈໍນັ້ນເອງກໍ່ຄື ( VGA card ) video graphic array ຖ້າຫາກວ່າເປັນກາສລຸ້ນໄຫມ່ທີ່ໄຊ້ສຳລັບຫຼີ້ນເກມນັ້ນແມ່ນເອີ້ນວ່າ 3D Card ເຊີ່ງເປັນກາສທີ່ຊ່ວຍໃນການສະແດງຮູບພາບທີ່ເປັນພາບສາມມິຕິໃດ້ໄວຂື້ນກາສສະແດງຜົນສະສົ່ງສັນຍານພາບໄປສະແດງຜົນເທີງຈໍພາບ ກາສສະແດງຜົນບາງລຸ້ນຈະສາມາດສະແດງສອງຫນ້າຈໍພ້ອມກັນເອີ້ນວ່າ dual head ເນື່ອງຈາກມີພຣອດສຳລັບຕໍ່ສານຈໍພາບສອງຈໍ ແລະ ກາສຈໍບາງລຸ້ນຈະມີຊ່ອງສັນຍານສົງພາບອອກໄປສູ່ຈໍໂທລະພາບເອີ້ນກັນວ່າ: TV-OUT







8 ພາກສ່ວນກາສສຽງ ( sound card )
        ກາສສຽງເປັນອຸປະກອນຄອມພີວເຕີທີ່ໄຊ້ເພື່ອສະແດງຜົນໃນຮູບແບບສຽງໃດ້ນັ້ນກໍ່ຕ້ອງປະກອບມີລຳໂພງເປັນສື່ການສະແດງຜົນຮູບແບບສຽງເຊັ່ນ: ສຽງເພງ, ໜັງ, ເກມຄອມພີວເຕີ ແລະ ການບັນທືກສຽງເຂົ້າຄອມພີວເຕີ ແລະ ສ່ວນໃຫຍ່ແລ້ວກາສສຽງຈະຖືກຕິດຕັ້ງມານຳເມນບ໋ອດຢູ່ແລ້ວຖ້າຢາກໃດ້ສຽງທີ່ມີຄຸນນະພາບດີຄວນຕິດຕັ້ງກາສສຽງທີ່ໃດ້ຮັບຄວາມນີຍົມເຊັ່ນ: Creative soundblaster live, audigyເປັນຕົ້ນ





8 ພາກສ່ວນແປ້ນພີມ ( Key board )
          ແປ້ນພີມເປັນອຸປະກອນນຳເຂົ້າສຳລັບໃຫ້ຜູ້ໄຊ້ຄອມພີວເຕີປອນຂໍ້ມູນ ຄຳສັ່ງ ໃຫ້ແກ່ເຄື່ອງຄອມພີວເຕີເພື່ອບັນທືກ ຫຼື ປະມວນຜົນແປ້ນພີມຕ້ອງຕໍ່ສາຍເຂົ້າກັບພຣອດ PS/2 ຂອງເມນບ໋ອດປັດຈຸບັນຕໍ່ເຂົ້າກັບສາຍ USB ຂອງເມນບ໋ອດ ແລະ ມີຄີບ໋ອດແບບບໍ່ມີສາຍ

8 ພາກສ່ວນເມາສ  ( MOUSE )
           ເປັນອຸປະກອນທ່ມີໜ້າທີ່ຊີ້ ແລະ ເລືອກໂປຣແກຣມ ຂໍ້ມູນ ຄຳສັ່ງທີ່ຕ້ອງການໃດ້ຢ່າງໄວວາກ່ວາການໄຊ້ແປ້ນພີມໃນການເຮັດວຽກທາງດ້ານກຣາບຟີຣກຈະເປັນຕົວຊ່ວຍໃນການແຕ້ມຮູບ ແລະ ການຫຼີ້ນເກມເມົາສມີຈຳໜ່າຍໃນຫຼາຍແບບ ແລະ ຫຼາຍລາຄາຫຼາຍຊື່ຍີ່ຫໍ້ໃນປັດຈຸບັນນີ້ສ່ວນຫຼາຍຈະເປັນເມົາສທີ່ສຸບເຊື່ອມຕໍ່ເປັນ USB ແບບສາຍ ແລະ ມີທັງເມົາສແບບບໍ່ມີສາຍເຊື່ອມຕໍ່





8 ພາກສ່ວນຊີດີຣອມ ( CD ROM )
         ເປັນອຸປະກອນທີ່ອ່ານຂໍ້ມູນຈາກແຜ່ນຊີດີ ແລະ ດີວີດີເພື່ອສະແດງຜົນ ແລະ ຍັງສາມາດນຳເອົາຊໍ້ມູນຈາກເຄື່ອງຄອມພີວເຕີລົງສູ່ແຜ່ນໃດ້ອີກດ້ວຍ









8 ພາກສ່ວນເມນບ໋ອດ ( MAIN BOARD )
           ເມນບ໋ອດແມ່ນອຸປະກອນທີ່ເປັນແຜງວົງຈອນຫຼັກຂອງຄອມພີວເຕີ ກ່ອນຈະໃຫ້ອຸປະກອນຕ່າງໆຂອງເຄື່ອງຄອມພີວເຕີເຮັດວຽກໃດ້ຕ້ອງໃດ້ມີການເຊື່ອມຕໍ່ສານເຂົ້າກັບເມນບ໋ອດນັບແຕ່ຊີພີຢູກໍ່ຕ້ອງຕິດເຂົ້າກັບເມນບ໋ອດຜະລິດອອກມາເພື່ອໃຊ້ກັບຊີພີຢູຕ່າງລຸ້ນຕ່າງແບບ ແລະ ຍັງມີຜູ່ຜະລິດຫຼາຍອີກເຊັ່ນ:

ASUS, ECS, MSI, INTEL, ABIT, GIGAYTE, CHAINTECH,















 8 ພາກສ່ວນຈໍ ( MONITOR )
           ຈໍພາບເປັນອຸປະກອນສະແດງຜົນຈາກການປະມວນຜົນ ການເຮັດວຽກຂອງຈໍຄອມພີວເຕີຈະມີສາຍຕໍ່ເບື້ອງຫຼັງຈະມີສາຍທີ່ຈະເຊື່ອມຕໍ່ເຂົ້າກັບກາສຈໍຄອມພີວເຕີ ແລະ ຈໍພາບມີຫຼາຍຂະຫນາດໃຫ້ເລືອກຊື້ກັນເຊັ່ນ: 15, 17, 19, 20, 21, 24 ນີ້ວເປັນຕົ້ນ.ມີທັງຈໍພາບແບບ LCD ຫຼືວ່າຈໍພາບແບນນັ້ນເອງ.






 











ü ພາກສ່ວນເຄສຄອມພີວເຕີ               COOLER MASTER
                                                       Elite 311 (Black-Red)
                                                       ລາຄາ: 200.000 ກີບ



ü ພາກສ່ວນໂຕຈ່າຍກະແສໄຟຟ້າ
POWER SUPPLY DT-550 Surge Protector (Max550W.) PW014 (DT327ELAUM1ZANTH-1392523)
ລາຄາ: 270.000 ກີບ



ü ພາກສ່ວນພັດລົມລະບາຍຄວມຮ້ອນ
CPU Cooler Heatsink for Intel LGA775 LGA 1155/1156/1366 AMD754/AM2 2+/AM3 (NO411ELBWQXXANTH-2963230)
ລາຄາ: 170.000 ກີບ




ü ພາກສ່ວນຊີພີຢູ
INTEL Core i3-6100
ລາຄາ: 110.000.0 ກີບ




ü ພາກສ່ວນແຣມໜ່ວຍຄວມຈຳຊົ່ວຄາວ
Crucial 8GB Ballistix Tactical Tracer Kit (4GBx2) DDR3 1866MHz with Red & Green LEDs (CR239ELAD94VANTH-163304)
ລາຄາ: 550.000 ກີບ


ü ພາກສ່ວນຂອງຮາດດີດ
1 TB. SATA-III Seagate Surveillance (64MB, STrek) For CCTV
ລາຄາ: 460.000  ກີບ.





ü ພາກສ່ວນກາສສະແດງຜົນ
ASUS - GT630-SL-2GD3-L
ລາຄາ: 500.000 ກີບ


ü ພາກສ່ວນກາສສຽງ
Sound Creative Blaster 5.1 VX
ລາຄາ: 160.000 ກີບ



ü ພາກສ່ວນແປ້ນພີມ
PHOTO   PRICELIST  Print Price
PS/2 Keyboard 45 DEGREE (X235) Black
ລາຄາ: 45.000 ກີບ






ü ພາກສ່ວນເມົສ
ລາຄາ: 30.000 ກີບ



ü ພາກສ່ວນຊີດີຣອມ
Asus DVD-RW 24X (24D3ST)
ລາຄາ: 115.000 ກີບ


ü ພາກສ່ວນເມນບ໋ອດ
ຊ໋ອກເກັດ: LGA1150
ຮອງຮັບ: Intel Pentium/Celeron/Core i3/Core i5/Core i7 processors
ລາຄາ: 460.000 ກີບ


ü ພາກສ່ວນຈໍສະແດງຜົນ
MONITOR LED S200HQLHb 19.5 inch (Black)
ລາຄາ: 670.000 ກີບ
 



          ລວມລາຄາອຸປະກອນທັງໝົດແມ່ນ: 4.730.000 ກີບ

 8 ເມື່ອນຳມາປະກອບກັນແລ້ວຈະໃດ້ຮັບຄອມພີວເຕີຕັ້ງໂຕະໜື່ງໜ່ວຍ 9
                       ຍີ່ຫໍ້ Asus









No comments:

Post a Comment