Friday, January 15, 2016

ສະເປັກຄອມພິວເຕີຂັ້ນຕ່ຳ ສຳລັບຕິດຕັ້ງ Windows 8

ສະເປັກຄອມພິວເຕີຂັ້ນຕ່ຳ ສຳລັບຕິດຕັ້ງ Windows 8
ເພື່ອຕ້ອນຮັບການເປີດໂຕຂອງWindows 8 ແລະສຳລັບຄົນທີ່ກັງວົນໃນເລື່ອງຂອງສະເປັກຄອມພິວເຕີ ທີ່ຈະຮອງຮັບWindows 8 ນັ້ນ... ມື້ນີ້ມີຂໍ້ມູນຈາກເວບໄຊຂອງMicrosoft ໃຫ້ຮູ້ກ່ຽວກັບເລື່ອງດັ່ງກ່າວດັ່ງນີ້:
ສະເປັກເຄື່ອງຂັ້ນຕ່ຳສຳລັບຕິດຕັ້ງWindows 8
* Processor (CPU): 1 gigahertz (GHz) ຫຼືສູງກວ່າ
* RAM: 1 gigabyte (GB) ສຳລັບຄອມພິວເຕີ(32-bit) ຫຼື2 GB ສຳລັບຄອມ(64-bit)
* Hard disk space: ມີພື້ນທີ່ຫວ່າງ16 GB ສຳລັບຄອມ(32-bit) ຫຼື20 GB ສຳລັບຄອມ(64-bit)
* Graphics card: ຕ້ອງສາມາດຮອງຮັບການທຳງານຂອງDirectX 9 ໄດ້
ລາຍລະອຽດຄວາມຕ້ອງການອື່ນໆ
 * ການໃຊ້ງານແບບສຳຜັດຈຳເປັນຕ້ອງມີອຸປະກອນຄອມພິວເຕີ ທີ່ຮອງຮັບລະບົບສຳຜັດ(multitouch).
 * ການເຂົ້າໄປເພື່ອດາວໂຫຼດແອັບພລິເຄເຊິນໃນWindows Store ຈຳເປັນຕ້ອງມີການເຊື່ອມຕໍ່ອິນເຕີເນັດແລະຄວາມລະອຽດຂອງໜ້າຈໍຄອມພິວເຕີຕ້ອງສູງກວ່າ1024 x 768.
 * ການຖ່າຍພາບ(snap) ໜ້າຈໍນັ້ນຕ້ອງມີຄວາມລະອຽດຂອງໜ້າຈໍເກີນ1366 x 768

No comments:

Post a Comment