Thursday, January 21, 2016

ທ່ານຮູ້ບໍວ່າ F1 ເຖິງ F12 ເຮັດຫຍັງໄດ້ແດ່?
ຫາກທ່ານສັງເກດທີ່ ຄີບອຣ໌ດ ຂອງທ່ານ ທ່ານກໍຈະເຫັນ F1 ເຖິງ F12 ແລະ
ເຊື່ອວ່າຫລາຍທ່ານບໍ່ຄ່ອຍໄດ້ໃຊ້ວຽກມັນພໍເທົ່າໃດ ຫຼື ບາງທ່ານອາດບໍ່ຮູ້ຈັກມັນ
ເລີຍກໍມີ. ສະນັ້ນ, ໃນມື້ນີ້ ເຮົາມາຊອກຮູ້ນໍາກັນວ່າ ຄີຟັງຊັນ ທີ່ກ່າວເຖິງນີ້
ມັນຊ່ອຍຫຍັງເຮົາແດ່ (ສໍາລັບທ່ານທີ່ຮູ້ແລ້ວກໍບໍ່ຈໍາເປັນອ່ານເນາະ).

….ຄີ ທີ່ກ່າວມານັ້ນ ສ່ວນໃຫຍ່ເພິ່ນເອີ້ນວ່າ ຟັງຊັນຄີ” F1 ເຖິງ F12
ມັນອາດມີຄວາມຫລາກຫລາຍໃນການໃຊ້ວຽກທີ່ແຕກຕ່າງກັນ ຂຶ້ນກັບລະບົບ
ປະຕິບັດການທີ່ຕິດຕັ້ງ ແລະ ໂປຣແກຣມຊອຟຕ໌ແວຣ໌ ທີ່ເປີດຢູ່ ຊຶ່ງຈະປ່ຽນ
ວິທີການຂອງແຕ່ລະຄີເຫລົ່ານີ້.



….ພ້ອມກັນນີ້ ຍັງໂຮມທັງ ການໃຊ້ງານ ຟັງຊັນຄີຮ່ວມກັບຄີ ALT ຫຼື
CTRL ເຊັ່ນຜູ້ນໍາໃຊ້ Microsoft Windows ສາມາດເນັ່ນຄີ ALT + F4
ເພື່ອມອດໂປຣມແກຣມທີ່ພວມໃຊ້ວຽກຢູ່.

….ທາງລຸ່ມນີ້ ເປັນ ລາຍການບາງສ່ວນຂອງການເຮັດວຽກຂອງ ຄີຟັງຊັນ
ໃນຄອມພິວເຕີທີ່ໃຊ້ Microsoft Windows ແຕ່ຈະບໍ່ແມ່ນທຸກໂປຣແກຣມ
ທີ່ຈະສະໜັບສະໜູນ ຟັງຊັນຄີ.



F1

ມັກຈະໃຊ້ເປັນຄີຊ່ອຍທຸກໂປຣແກຣມ ຈະເປີດໜ້າຈໍປ້ອນການຕັ້ງຄ່າ CMOS

Windows Key + F1 ຈະເປີດໂຕຊ່ອຍຂອງ Microsoft Windows
ເປີດບານໜ້າຕ່າງງານ.

F2

ໃນ Windows ຈະໃຊ້ໃນການປ່ຽນຊື່ ໄອຄອນ ຫຼື ໄຟລ໌

Alt + Ctrl + F2 ເປີດເອກະສານໃໝ່ໃນໂປຣແກຣມ Microsoft Word

Ctrl + F2 ຈະສະແດງໜ້າຕ່າງໂຕຢ່າງກ່ອນພິມໃນ Microsoft Word

ເຂົ້າສູ່ການປ້ອນການຕັ້ງຄ່າ CMOS ຫຼື Bios

F3

ເປີດຄຸນລັກສະນະການຄົ້ນຫາໃນຫລາຍໆໂປຣແກຣມ ໂຮມທັງ Microsoft
Windows

ໃນ MS-DOS ຫຼື Windows ຂອງແຖວຄໍາສັ່ງ F3 ຈະເຮັດຊໍ້າຄໍາສັ່ງສຸດທ້າຍ

Shift + F3 ຈະມີການປ່ຽນແປງຂໍ້ຄວາມໃນ Microsoft Word

F4

ເປີດພົບໜ້າຕ່າງ

ເຮັດຊໍ້າການກະທໍາຫລ້າສຸດ (Word 2000 ຂຶ້ນໄປ)

Alt + F4 ຈະມອດໂປຣແກຣມທີ່ໃຊ້ວຽກຢູ່ໃນ Microsoft Windows

Ctrl + F4 ຈະມອດໜ້າຕ່າງທີ່ເປີດຢູ່ໃນໜ້າຕ່າງທີ່ໃຊ້ວຽກໃນປັດຈຸບັນ
ໃນ Microsoft Windows

F5

ໃນທຸກ ບຣາວເຊີອິນເຕີເນັດ F5 ຈະ ຣີເຟຣັດຊ໌ ຫຼື ໂຫລດໜ້າເວ໊ບຫຼື
ໜ້າຕ່າງເອກະສານ

ເປີດໜ້າຄົ້ນຫາ ແທນທີ່ ແລະໄປທີ່ໜ້າຕ່າງໃນ Microsoft Word

ເລີ່ມ ສະໄລດ໌ໂຊວ໌ ໃນ PowerPoint

F6

ຍ້າຍ ເຄີເຊີ ໄປທີ່ Address bar ໃນ Internet Explorer ແລະ
Mozilla Firefox

Ctrl + Shift + F6 ເປີດໄປຍັງເອກະສານອື່ນໆໃນ Microsoft Word

F7

ປົກກະຕິຈະໃຊ້ເພື່ອກວດສອບການສະກົດ ແລະ ໄວຍາກອນ ກວດສອບ
ເອກະສານໃນໂປຣແກຣມ Microsoft ເຊັ່ນ Microsoft Word,
Outlook ແລະ ອື່ນໆ

Shift + F7 ເຮັດວຽກກວດສອບໃນຄໍາທີ່ ໄຮໄລຕ໌

ປີດການໃຊ້ວຽກເລື່ອນໜ້າຕ່າງດ້ວຍ ດູມລູກສອນເທິງຄີບອຣ໌ດໃນ
Mozilla Firefox

F8

ກະດານຟັງຊັນທີ່ໃຊ້ໃນການເຂົ້າສູ່ ເມນູເລີ່ມຕົ້ນ Windows, ນິຍົມໃຊ້
ສໍາລັບເຂົ້າໄປເຖິງ Windows ແບບ Safe Mode

F9

ເປີດແຖບເຄື່ອງມືວັດແທກ ໃນ Quark 5.0

F10

ໃນ Microsoft Windows ເປີດໃຊ້ວຽກແຖບເມນູຂອງໂປຣແກຣມທີ່ເປີດຢູ່

Shift + F10 ເປັນເຊັ່ນດຽວກັບການຄລິກຂວາເທິງໄອຄອນທີ່ໄຮໄລຕ໌ໄຟລ໌
ຫຼື ການເຊື່ອມຕໍ່ອິນເຕີເນັດ

ການເຂົ້າເຖິງ ການກູ້ຄືນ ພາຣ໌ທີຊັນ ທີ່ເຊື່ອງຢູ່ຂອງ HP ແລະ Sony
ຄອມພິວເຕີ

ປ້ອນການຕັ້ງຄ່າ CMOS

F11

ໂມດເຕັມໜ້າຈໍໃນ ບຣາວເຊີອິນເຕີເນັດ

CTRL + F11 ການເຂົ້າເຖິງ ການກູ້ຄືນ ພາຣ໌ທີຊັນ ທີ່ເຊື່ອງຢູ່ໃນ
ຄອມພິວເຕີຂອງ Dell

ການເຂົ້າເຖິງ ການກູ້ຄືນ ພາຣ໌ທີຊັນ ທີ່ເຊື່ອງຢູ່ເທິງ eMachines, Gateway,
ແລະ ຄອມພິວເຕີ Lenovo

F12

ເປີດໜ້າທີ່ໄດ້ທໍາການບັນທຶກໃນ Microsoft Word

SHIFT + F12 ບັນທຶກເອກະສານ Microsoft Word


Ctrl + Shift + F12 ພິມເອກະສານໃນ Microsoft Word

No comments:

Post a Comment