Sunday, March 13, 2016

ວຽກງານສື່ເອເລັກໂຕຣນິກຂອງລາວ

   

   ປັດຈຸບັນວຽກງານສື່ເອເລັກໂຕຣນິກຂອງລາວ ນັບມື້ນັບຂະຫຍາຍຕົວທາງດ້ານປະລິມານແລະ ຄຸນນະພາບ, ​ເຊິ່ງ​ໄດ້ສະແດງອອກ ວິທະຍຸກະຈາຍສຽງ ມີ63 ສະຖານີ ເພີ່ມຂຶ້ນ 20ສະຖານີ ທຽບໃສ່ປີ 2011, ສູນກາງມີ 11 ສະຖານີແຂວງ 19 ສະຖານີ ແລະ ເມືອງ 33 ສະຖານີ,ການກະ ຈາຍສຽງພາກພື້ນດິນທັງລະບົບເອເອັມ ແລະ ເອັບເອມ ​(AM, FM) ກວມ 90% ຂອງພື້ນທີ່ທົ່ວປະເທດກະຈາຍຜ່ານດາວທຽມ ແລະ ອິນເຕີເນັດ ກວມ 100% ຂອງພື້ນທີ່ືທົ່ວປະເທດ ແລະ ຫລາຍປະເທດໃນທົ່ວໂລກເຊັ່ນດຽວກັນ ໂທລະພາບແຫ່ງຊາດ ມີ 37 ສະຖານີເພີ່ມຂຶ້ນ 5 ສະຖານີ ທຽບໃສ່ ປີ 2011, ສູນກາງ 9 ສະຖານີ ໃນນັ້ນ ມີສະຖານີເອກະຊົນ3ສະຖານີ, ແຂວງ 17 ສະຖານີເມືອງ 11 ສະຖານີ ສາມາດແຜ່ພາບທາງພາກພື້ນດິນ ກວມ 80%ຂອງພື້ນທີ່ທົ່ວປະເທດກະຈາຍຜ່ານດາວທຽມ ແລະ ອິນເຕີເນັດ100% ຂອງພື້ນທີ່ທົ່ວປະເທດແລະ ຫລາຍປະເທດໃນໂລກ.
     ແຫລ່ງຂ່າວຈາກກະຊວງ (ຖວທ) ເປີດເຜີຍວ່າປັດຈຸບັນ ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ກະຈາຍເປັນພາສາຫວຽດນາມອັງກິດຝຣັ່ງກຳປູເຈຍໄທມົ້ງ ແລະພາສາກຶມມຸ. ມີສະຖານີຖ່າຍທອດວິທະຍຸສາກົນ ແຫ່ງປະເທດຈີນຝຣັ່ງ ແລະ ອົດສະຕຣາລີພ້ອມນີ້ ໂທລະພາບ ຍັງມີລາຍການຂ່າວເປັນພາສາອັງກິດ, ຝຣັ່ງ, ມົ້ງ,ກຶມມຸ ແລະ ພາສາຫວຽດນາມ ແລະ ຍັງມີສະຖານີຖ່າຍທອດໂທລະພາບຫວຽດນາມ VTV4, ສະຖານີຖ່າຍທອດ ໂທລະພາບ ສປ ຈີນ CCTV4, CCTV-NEW,ນອກນີ້ ​ໂທລະພາບແຫ່ງຊາດລາວ ຍັງເຮັດໜ້າທີ່ຖ່າຍທອດສົດ ​ແລະ ບັນທຶກເຫດການສຳຄັນຂອງພັກ, ຂອງຊາດ ​ແລະ ສາກົນ ທີ່ຈັດຂຶ້ນ ຢູ່​ ສປປ ລາວມີການບໍລິການຂອງໂທລະພາບ ລະບົບໃຊ້ສາຍ ​ແລະ ​ລະບົບດີຈີຕອນ ສາມາດຊົມລາຍການໂທລະພາບຂອງລາວ ​ແລະ ຕ່າງປະເທດ ໄດ້ເຖິງ 40 ກວ່າຊ່ອງ, ​ແລະ ມີບໍລິສັດດາວທຽມຕ່າງປະເທດ ໃນ ສປປ ລາວກໍໄດ້ເອົາທຸກຊ່ອງໂທລະພາບລາວ ອອກອາກາດ ແລະ ຈັດລຽງລາຍການໂທລະພາບແຕ່ລະສະຖານີຂອງລາວ ອອກຕາມລຳດັບເຊັ່ນດຽວກັນສື່ມວນຊົນລາວ ເກືອບທັງໝົດໄດ້ເຂົ້າສູ່ສື່ໃໝ່ສ້າງ ສ້າງເວບໄຊ Website” ຂອງຕົນຂຶ້ນ ​ແລະ ນຳໃຊ້ທຸກສ່ອງທາງທີ່ມີຢູ່ໃນລະບົບເຄືອຄ່າຍອິນເຕີເນັດ ​ເຊິ່ງໄດ້ຊ່ວຍໃຫ້ການສົ່ງຂໍ້ມູນຂ່າວສານ ລະຫວ່າງ ພາຍໃນ ​ແລະ ຕ່າງປະເທດວ່ອງໄວ,ທັນການ ​ແລະ ກວ້າງຂວາງກວ່າເກົ່າ.

No comments:

Post a Comment