Friday, March 25, 2016

[ຂ່າວລື] iTunes Radio ຈະເຮັດເປັນແອັບແຍກອອກມາເທິງລະບົບ iOS



ຍັງຄົງມີຂໍ້ມູນກ່ຽວກັບລະບົບປະຕິບັດການ iOS 8 ອອກມາຢ່າງຕໍ່ເນື່ອງ ໂດຍຫຼ້າສຸດນີ້ເປັນຂໍ້ມູນທີ່ກ່ຽວກັບ iTunes Radio ທີ່ເປີດໂຕມາເມື່ອຕອນ iOS 7 ວ່າຈະອອກມາໃນຮູບແບບແອັບແຍກອອກມາຕ່າງຫາກເລີຍ (ເຊິ່ງປະຈຸບັນນັ້ນເປັນສ່ວນໜຶ່ງຂອງ Music)

 


9to5Mac ເຈົ້າເກົ່າລາຍງານອ້າງຈາກແຫຼ່ງຂ່າວພາຍໃນວ່າແອັບເປີ້ນກຳລັງທົດສອບບໍລິການສະຕຣີມມິ່ງເພງ iTunes Radio ໃນຮູບແບບແອັບແຍກໂດຍສະເພາະແມ່ນເທິງ iOS 8 ຕົວທົດລອງ ເຊິ່ງເຫດຜົນສຳຄັນທີ່ຈະເຮັດເປັນແອັບແຍກອອກຕ່າງຫາກກໍຄືເພື່ອຈະຕໍ່ສູ້ກັບບັນດາແອັບ Pandora ຫຼື Spotify

ແນວຄິດແຍກແອັບທີ່ກ່ຽວຂ້ອງກັບເນື້ອຫາໃນບໍລິການ iTunes ນັ້ນມີການເຮັດມາໂດຍຕະຫຼອດ ຕັ້ງແຕ່ການແຍກແອັບ Videos ອອກມາຈາກແອັບ iPod ໃນ iOS 5 ຫຼືວ່າຈະເປັນການແຍກ Podcasts ໃນ iOS 6 ຈຶ່ງເປັນໄປໄດ້ຫາກວ່າແອັບເປີ້ນຕ້ອງການທີ່ຈະໂປຣໂໝດ iTunes Radio ໃຫ້ຕິດຕະຫຼາດຫຼາຍຂື້ນກວ່າເກົ່າ ກໍຕ້ອງໄດ້ໃຊ້ວິທີແຍກແອັບອອກມາ

ໃນປະຈຸບັນ iTunes Radio ມີໃຫ້ບໍລິການໃນບາງປະເທດ ແຕ່ຄວາມນິຍົມນັ້ນກໍສູງຢ່າງໜ້າສົນໃຈ ໂດຍສະເພາະແມ່ນໃນອາເມຣິກາທີ່ຕອນນີ້ iTunes Radio ເປັນບໍລິການຟັງເພງສະຕຣີມມິ່ງຍອດນິຍົມອັນດັບ 3 ເທິງ iOS ໄປແລ້ວ ໃນຂະນະດຽວກັນ Eddy Cue ຜູ້ບໍລິຫານລະດັບສູງທີ່ເບິ່ງແຍງບໍລິການເທິງອິນເຕີເນັດກໍມີເປົ້າໝາຍຈະເປີດໂຕ iTunes Radio ໃຫ້ໄດ້ 100 ປະເທດທົ່ວໂລກ ເຊິ່ງຖືໄດ້ວ່າເປັນງານທີ່ຕ້ອງໄດ້ຫວັງເພິ່ງເວລາເປັນທີ່ໝັ້ນເລີຍເພາະ iTunes ກວ່າຈະເປີດໂຕໄດ້ທົ່ວໂລກນັ້ນກໍໃຊ້ເວລາເປັນປີເລີຍຈຶ່ງຈະເປີດໂຕແລ້ວ

ທີ່ມາ: 9to5Mac

No comments:

Post a Comment