Saturday, March 26, 2016

ມາຮູ້ຈັກກັບອາຊີບຂອງຄົນທີ່ຮຽນຈົບທາງດ້ານຄອມພີວເຕີ ແລະ ໄອທີ

CompIT1
ຫລາຍຄົນ​ເມື່ອ​ໄດ້​ຍິນ​ກ່ຽວ​ກັ​ບ​ວຽກ IT ກໍຄິດເຖິງຊ່າງແປງຄອມ, ລົງ Windows, ແປງເຄື່ອງພິມເອກະສານ ຫລືຂາຍຄອມພິວເຕີແມ່ນບໍ່ ແຕ່ທີ່ຈິງແລ້ວສາຍວຽກທາງດ້ານ IT ນັ້ນສາມາດແຕກຂະແຫນງໄປເປັນໄດ້ຫລາຍອາຊີບ ຂຶ້ນກັບປະສົບການ ແລະ ຄວາມຖະນັດຂອງແຕ່ລະຄົນ ແຕ່ໃນການເຮັດວຽກກໍຈະມີການກ່ຽວພັນກັນຢູ່ ເຮົາລອງມາເບິ່ງວ່າອາຊີບໄອທີ ມີຫຍັງແນ່?

1. ສາຍຜູ່ບໍລິຫານໄອທີ (IT Management)

IT-mgmt_xs-300x300
ສາຍຜູ່ບໍລິຫານສາລະສົນເທດຂອງອົງກອນ (IT Management) ຈະຕ້ອງເປັນຜູ່ມີປະສົບການທາງດ້ານສາຍວຽກບໍ່ຕ່ຳກວ່າ 5 ປີຖ້າເປັນອົງກອນຂະຫນາດນ້ອຍ-ກາງຕຳແຫນ່ງສູງສຸດ ຈະເປັນ IT/MIS Manager ແຕ່ຖ້າເປັນອົງກອນຂະຫນາດໃຫຍ່ຂຶ້ນມາຕຳແຫນ່ງລະດັບສູງທີ່ຄວບຄຸມດູແລທາງດ້ານໄອທີຈະໃຊ້ໂຕ C ນຳຫນ້າເຊັ່ນ: CIO (Chief Information Officer)CTO (Chief  Technology Officer) ເຊິ່ງກໍແລ້ວແຕ່ລະບໍລິສັດ ວ່າຈະເນັ້ນ ທີ່ຂໍ້ມູນຂ່າວສານ ຫລືເຕັກໂນໂລຊີ ໂດຍຜູ່ບໍລິຫານໄອທີ ຕ້ອງມີຄວາມຮູ້ຫລາຍໆດ້ານ ມີປະສົບການສູງ ສາມາດນຳເອົາໄອທີມາປັບໃຊ້ເຂົ້າໃນທຸລະກິດ ເພື່ອໃຫ້ເກີດປະໂຫຍດສູງສຸດ ແລະຍັງຕ້ອງແກ້ໄຂປັນຫາສະເພາະຫນ້າໄດ້ນຳ
ໄດ້ແກ່ :
– CEO (Chief Executive Officer) = ເນັ້ນທຸກດ້ານ
– CIO (Chief Information Officer) = ເນັ້ນດ້ານລະບົບຂໍ້ມູນ
– CTO (Chief Technology Officer) = ເນັ້ນດ້ານເຕັກໂນໂລຊີ
– CFO (Chief Finance Officer) = ເນັ້ນດ້ານການເງິນ
– COO (Chief Operation Officer) = ເນັ້ນດ້ານປະຕິບັດການ ຫລືດຳເນີນການ
– CMO (Chief Marketing Officer) = ເນັ້ນດ້ານການຂາຍ
– General Manager = ຜູ່ຈັດການທົ່ວໄປ
– IT Manager = ຜູ່ຈັດການດ້ານໄອທີ
– IT Division Manager
– IT Sales Manager
– IT System Division Manager
– Business Development Manager
– IT Specialist
– MIS Supervisor
– ICT Manager
– Assistant IT Manager

2. ອາຊີບນັກຂຽນໂປຣແກຣມ (Programmer Jobs)

programmer
ສຳຫລັບອາຊີບນັກຂຽນໂປຣແກຣມ ຫລືໂປຣແກຣມເມີ ສ່ວນຫລາຍຈະຈົບຈາກສາຂາ ວິທະຍາສາດຄອມພິວເຕີ (Computer Science), ເຕັກໂນໂລຊີຂໍ້ມູນຂ່າວສານ (Information Technology) ຫລື ວິສະວະກຳຊອບແວ (Software Engineering) ອາຊີບນັກຂຽນໂປຣແກຣມຈະຕ້ອງມີຄວາມເຂົ້າໃຈໃນພາສາຄອມພິວເຕີ ເພື່ອທີ່ຈະໃຊ້ໃນການຂຽນໂປຣແກຣມຂຶ້ນມາ ວຽກສາຍການຂຽນໂປຣແກຣມນີ້ຍັງແຍກອອກເປັນ 2 ສ່ວນຄື:
2.1  ໂປຣແກຣມແບບ Offline (ນິຍົມໃນອາດີດ)
– ພາສາທີ່ເນັ້ນໃຊ້ໃນການພັດທະນາເຊັ່ນ: C, C++, VB, Delphi, JAVA, Cobol
–  ຖານຂໍ້ມູນທີ່ນິຍົມໃຊ້ ເຊັ່ນ: MS Access, MS SQL Server, Oracle, Sybase, DB2
2.2  ໂປຣແກຣມແບບ Online (ນິຍົມໃນປະຈຸບັນ) ເນັ້ນໃຊ້ງານຜ່ານໂປຣແກຣມທ່ອງເວັບເຊັ່ນ: IE, Firefox, Opera, Chrome
– ພາສາທີ່ນິຍົມ PHP, ASP, ASP.NET, JSP, PERL, PYTHON, RUBY
– ຖານຂໍ້ມູນທີ່ນິຍົມໃຊ້  MySQL, PostgreSQL, MS Access, MS SQL Server
– ໂປຣແກຣມ web server ເຊັ່ນ : Apache, IIS, Tomcat
ຕົວຢ່າງ ອາຊີບສາຍຂຽນໂປຣແກຣມ :
– Programmer
– Senior Programmer
– Application Developer
– Application Developer (JAVA) ເນັ້ນພາສາ Java ໃນການພັດທະນາ
– Senior Java Developer ເນັ້ນພາສາ Java  ໃນການພັດທະນາ
– Senior Test Engineer
– E-Commerce Developer
– Game Programmer
– Application Engineer
– VB Developer
– Senior Java Programmer
– PHP Programmer ເນັ້ນພາສາ PHP
– .Net Programmer (C#, VBT.NET)
– Java Programmer
– Software Tester
– Ajax Programmer
– Software Engineer
– J2EE Programmer
– iphone Application Developer
– Android Application Developer ເນັ້ນໃຊ້ງານເທິງ Android
– IT Development Specialist
– Project Manager

3. ສາຍອາຊີບດ້ານຜູ່ດູແລລະບົບເຄືອຂ່າຍ (Network Admin Jobs)

200298990-001
ຜູ່ດູແລລະບົບເຂືອຂ່າຍ (ມັກເອີ້ນວ່າ Admin) ຈະເປັນຜູ່ດູແລລະບົບເຄືອຂ່າຍຂອງອົງກອນແບ່ງໄດ້ 3 ສາຍຍ່ອຍ ຕາມຊະນິດຂອງລະບົບປະຕິບັດການທີ່ໃຊ້ ດັ່ງນີ້:
3.1 ຜູ່ດູແລລະບົບເຄືອຂ່າຍຂອງອົງກອນຂະຫນາດໃຫຍ່ ລະບົບປະຕິບັດການຈະໃຊ້ເປັນ
– UNIX ເຊັ່ນ: IBM AIX, Sun Solaris
2.2 ຜູ່ດູແລລະບົບເຄືອຂ່າຍຂອງອົງກອນຂະຫນາດກາງ ລະບົບປະຕິບັດການຈະໃຊ້ເປັນ
– Windows Server (2003, 2008)
– Linux Server ເຊັ່ນ: RedHat, Slackware, SuSE, Debiun, Ubuntu, CentOS
– BSD Server ເຊັ່ນ: FreeBSD, OpenBSD, NetBSD
3.3 ຜູ່ດູແລລະບົບເຄືອຂ່າຍຂອງອົງກອນຂະຫນາດນ້ອຍ ລະບົບປະຕິບັດການຈະໃຊ້ເປັນ
– Windows Server (2003, 2008)
– Linux Server ເຊັ່ນ: RedHat, Ubuntu, CentOS
– BSD Server ເຊັ່ນ: FreeBSD
ສຳຫລັບວຽກສາຍເຄືອຂ່າຍ (Network) ກໍມີຫລາຍຕຳແຫນ່ງເຊັ່ນກັນ ເຊັ່ນ:
– System Engineer = ວິສະວະກອນລະບົບ
– System Administrator = ຜູ່ດູແລລະບົບເຄືອຂ່າຍ
– Network Engineer = ວິສະວະກອນເຄືອຂ່າຍ
– Network Administrator
– IT Administrator
– IT System Admin
– IT Security
– Network Security
– Internet Security Manager
– IT Network Infrastructure
– Network Operation = ເຈົ້າຫນ້າທີ່ປະຕິບັດການ ແລະດູແລເຄືອຂ່າຍ
– Lotus Notes/Domino Admin
– Internet Security Systems Engineer
– Linux Administrator

4. ອາຊີບດ້ານວິເຄາະ ແລະອອກແບບລະບົບ (System Analyst Jobs)

easy-server-manageability-in-oracle-data-base-administrator
ນັກວິເຄາະລະບົບຈະເຮັດຫນ້າທີ່ໃນການວິເຄາະ ແລະອອກແບບລະບົບ ແລ້ວຈຶ່ງສົ່ງຕໍ່ໃຫ້ໂປຣແກຣມເມີເປັນຄົນຂຽນໂປຣແກຣມ ສຳຫລັບອາຊີບນີ້ຖ້າຜ່ານວຽກສາຍໂປຣແກຣມເມີ ມາກ່ອນຈະດີຫລາຍ
ຕົວຢ່າງ ອາຊີບດ້ານວິເຄາະ ແລະອອກແບບລະບົບ
– Systems Analyst
– Business Analyst
– Senior System Analyst
– System Analyst AS/400
– System Analyst (RPG,AS400/IBM)

5. ອາຊີບດ້ານເວັບໄຊ (Website)

photodune-2360866-web-designer-m-1024x762
ສາຍອາຊີບດ້ານນີ້ປະຈຸບັນເປັນທີ່ນິຍົມຫລາຍ ຍ້ອນວ່າຄົນນິຍົມໃຊ້ອິນເຕີເນັດຫລາຍຂຶ້ນເລື້ອຍໆ
ອາຊີບດ້ານເວັບໄຊກໍຈະມີ
– Web Programmer / Web Developer ມີຫນ້າທີ່ໃນການພັດທະນາແອັບພລິເຄຊັນ
– Web Designer ມີຫນ້າທີ່ໃນການອອກແບບເວັບໄຊໃຫ້ສວຍງາມ
– Web Content ເຮັດຫນ້າທີ່ໃນການດູແລຂໍ້ມູນກ່ອນນຳລົງເວັບໄຊ
– Web Marketing ມີຫນ້າທີ່ເຮັດການຕະຫລາດ ສ້າງລາຍໄດ້ ເຮັດໃຫ້ເວັບໄຊມີມູນຄ່າຂຶ້ນມາ
– Web Master / Web Manager ເຮັດຫນ້າທີ່ດູແລຄວບຄຸມເວັບໄຊ
– E-Commerce Developer ເຮັດຫນ້າທີ່ພັດທະນາລະບົບຮ້ານຄ້າ
– Creative Web Designer
– Senior Web Designer
– Flash Programmer ເນັ້ນພັດທະນາ application ດ້ວຍ Action Script

6. ອາຊີບດ້ານຄອມພິວເຕີກຣາຟຟິກ (Computer Graphic Jobs)

Graphic-Designer1-1024x716
ຜູ່ທີ່ຈະເຮັດວຽກດ້ານນີ້ ຈະຕ້ອງມີຄວາມຄິດສ້າງສັນ ແລະສາມາດໃຊ້ໂປຣແກຣມຕົບແຕ່ງຕ່າງໆໄດ້ດີ
ຕົວຢ່າງອາຊີບດ້ານນີ້ ເຊັ່ນ:
– Graphic Designer
– Computer Graphic
– Graphic Arts Designer

 7. ອາຊີບທາງດ້ານຖານຂໍ້ມູນ (Database Jobs)

images (1)
 ຕົວຢ່າງ ອາຊີບສາຍຖານຂໍ້ມູນ ເຊັນ:
– Database Administrator (DBA) ຜູ່ດູແລລະບົບຖານຂໍ້ມູນ
– PL/SQL Developer
– Lotus System Analyst
– Database Architect
– Oracle Database Administrator (DBA)
– Data Warehouse Specialist
– Oracle Programmer
– Data Warehouse Developer
– Oracle Forms Developer
– DB2 Database Administrator
– Lotus Notes Developer
– MySQL Engineer
– MySQL DBA

8. ອາຊີບສາຍອອກແບບ/ຂຽນແບບດ້ວຍຄອມພິວເຕີ/ວຽກສາມມິຕິ/Animation 

INSIDE-OUT-13-1024x576
ຕົວຢ່າງ ອາຊີບສາຍອອກແບບ/ຂຽນແບບດ້ວຍຄອມພິວເຕີ ເຊັ່ນ:
– Draftsman
– 3D Product Design Officer
– Interactive Media Editor
– Creative
– 3D Modeling
– 3D Character Animator
– 3D Visualizer
– Computer Animation

9. ອາຊີບຜູ່ຊ່ວຍທາງດ້ານໄອທີ (IT Support Jobs)

IT-Support
ເຮັດຫນ້າທີ່ຊ່ວຍເຫລືອສະຫນັບສະຫນຸນ ແລະມີຄວາມຮູ້ເຕັກນິກທາງດ້ານ Hardware ແລະການນຳໃຊ້  Program ເປັນຢ່າງດີ ເຊັ່ນ:
– IT Support
– IT Support Officer
– Technical Support Engineer
– Technician Support
– Maintenance Engineer
– Technical Services Engineer
– Helpdesk Supervisor
– IT Help Desk
– Customer Support
– IT Maintenance

10. ອາຊີບສາຍຜູ່ສອນຫລັກສູດໄອທີ/ຝຶກອົບຮົມໄອທີ (IT Training)

AB8658E7-F2B8-6712-4ADD71A18CBA1CD7
ຕົວຢ່າງ ອາຊີບສາຍຜູ່ສອນຫລັກສູດໄອທີ
– Computer Teacher (ອາຈານສອນຄອມພິວເຕີ)
– IT Trainner (ວິທະຍາກອນອົບຮົມ/ບັນຍາຍດ້ານໄອທີ)
– Instructor (ຜູ່ສອນຫລັກສູດຄອມພິວເຕີ)

11. ອາຊີບທີ່ປຶກສາດ້ານໄອທີ (IT Consultant Jobs)

IT-Consulting-Diagram
ຕົວຢ່າງ ອາຊີບທີ່ປຶກສາດ້ານໄອທີ ເຊັ່ນ:
– IT Consultant
– Business Intelligence Consultant
– ERP Consultant
– Datawarehousing Consultant
– CRM Consultant

12. ອາຊີບຂາຍອຸປະກອນໄອທີ (IT Sales Jobs)

samsung-experience-shop-best-buy
ຕົວຢ່າງ  ອາຊີບຂາຍອຸປະກອນໄອທີ ເຊັ່ນ:
– IT Sales
– Sales Executive
– Senior Sales Executive
– Product Specialist
– Product Manager
– Sales Engineer (IT)
– Sales Engineer (Solution)
– Sales Supervisor
– Pre-sales Consultant
– Sales Representative
– Project Sales
– Pre-sales Engineer
ແລະອີກຫລາຍໆອາຊີບທີ່ຍັງບໍ່ໄດ້ກ່າວເຖິງ ທີ່ກ່ຽວຂ້ອງກັບໄອທີ, ຫາກຜູ່ອ່ານທ່ານໃດຫາກຮຽນມາທາງດ້ານໄອທີ ຫລືຢາກເຮັດວຽກທາງດ້ານນີ້ກໍໃຫ້ຖາມຕົວເອງເບິ່ງວ່າມັກອາຊີບໃດ ຫລືຖະນັດອັນໃດເພື່ອຈະໄດ້ວາງແຜນ​ໃນອະ​ນາ​ຄົດກ່ຽວກັບ​ອາ​ຊີບ​ຂອງ​ຕົນ​ເອງ​ໄດ້​ຢ່າງ​ຖືກ​ຕ້ອງ.
- See more at: http://ecorneronline.com/%E0%BA%A1%E0%BA%B2%E0%BA%AE%E0%BA%B9%E0%BB%89%E0%BA%88%E0%BA%B1%E0%BA%81%E0%BA%81%E0%BA%B1%E0%BA%9A%E0%BA%AD%E0%BA%B2%E0%BA%8A%E0%BA%B5%E0%BA%9A%E0%BB%83%E0%BA%99%E0%BA%AA%E0%BA%B2%E0%BA%8D-it/#sthash.kVOypIlR.dpuf

No comments:

Post a Comment