Saturday, March 26, 2016

ເຕັກນິກ 4 ຂໍ້ທີ່ຈະຊ່ວຍໃຫ້ທ່ານທີ່ນຳໄຊ້ windows10 ໄວຂື້ນ

blue-wallpaper_windows_10_hd_2880x1800
ຫຼາຍໆ​ທ່ານ​ທີ່​ໄດ້​ອັບ​ເກ​​ຣດ​ຄອມ​​ພິວ​ເຕີ​ຂອງ​ທ່ານຈາກ Windows 7, Windows 8, Windows 8.1 ໄປເປັນ Windows 10 ​​ຫຼື​ ​ຊື້​ຄອມ​ຮຸ່ນໃໝ່​ທີ່​ມາພ້ອມ Windows 10 ເ​ລີຍ ໃນ​ການ​ເຮັດ​ວຽກ​ງານ​ບາງ­ເທື່ອ​ອາດ​ຕ້ອງ​​ລໍ​ຖ້າ​ໂຫ​ລ​​ດ​ໃນ​ການ​ເປີດ​ໂປ​​ຣ​ແກ​​ຣມ​ດົນ ບົດ​ຄວາມ​ນີ້​ມີ​​​ວິ​ທີ 4 ຂໍ້​ທີ່​ຄວນ​ປະ­ຕິ­ບັດ ແລະ ​ຊ່ວຍ​ໃຫ້​ຄອມ​ພິວເຕີຂອງທ່ານເຮັດ​ວຽກໄດ້​ໄວ​ຂຶ້ນ​ ດັ່ງນີ້:

1. ລຶບ​ໂປ​​ຣ​ແກ​​ຣມ ຫລື ​ລຶບ​ແອັບຯ​ທີ່​ບໍ່​ໃຊ້​ງານ​ອອກ

ເພ​​າະ​ໂປ​​ຣ​ແກ​​ຣມ​ຫລືແອັບຯ​ທີ່​ບໍ່​ຄ່ອຍ​ໃຊ້​ງານ​ຍັງ​ເຮັດ​ວຽກຢູ່​ເບື້ອງ​ຫຼັງ​ຢູ່ຕະ­ຫລອດ​ເວ­ລາ ການ​ຖອນແອັບຯ​ທີ່​ເຮົາ​ບໍ່​ຄ່ອຍ​ໄດ້​ໃຊ້​ນີ້​ຈະ​ຊ່ວຍ​ໃຫ້​ຫຼຸ​​ດ​ພາ­ລະ​ໃນ​ການ​ໂຫລ​​ດ​ໂປ​​ຣ​ແກ​​ຣມ​ອື່ນໆ ແລະ ເພີ່ມ​ພື້ນ​ທີ່​ວ່າງ​ໃນ​ຄອມພິວເຕີຂອງທ່ານ​ຫລາຍ​ຂຶ້ນອີກ​ດ້ວຍ ໂດຍ​ການ​ຖອນ​ໂປ​​ຣ​ແກ​​ຣມ ສາ­ມາດ​ເຂົ້າ​ໄປ​​ໂດຍກົດ​ປຸ່ມ windows + q ແລ້ວ​ພິມ​ວ່າ uninstall ຫລື change or a remove program ແລ້ວ​ເລືອກ​ຖອນ​ໂປ​​ຣ​ແກ​​ຣມ​ທີ່​ບໍ່​ຄ່ອຍ​ໄດ້​ໃຊ້​ອອກ​ຈາກ​ເຄື່ອງ.
0

2. ສັ່ງ​ຢຸດ​ການ​ເຮັດວຽກຂອງໂປ​​ຣ​ແກ​​ຣມ​ຫລືແອັບຯ​ບາງ​​ໂຕ​ຜ່ານ​ທາງ Task Manager

ໂດຍ​​ກົດ​ປຸ່ມ ctrl + shift + esc ແລ້ວ​ເບິ່ງ​ວ່າ ພົບ​​ເຫັນໂປ​​ຣ​ແກ​​ຣມ​ໃດ​ເຮັດ​ວຽກ​​ຫຼາຍທັ້ງ​ທີ່​ເຮົາ​ບໍ່​ໄດ້​ໃຊ້​ກໍ​ເລືອກ​ໂປ​​ຣ​ແກ​​ຣມ​ນັ້ນ ແລ້ວ​​ຄ​ລິ​​ກ end task ເພື່ອ​ປິດ​ໂປ​​ຣ​ແກ​​ຣມ​ນັ້ນ​.
1

3. ປິດ​ໂປ​​ຣ​ແກ​​ຣມທີ່​ເຮັດ​ວຽກ​ເບື້ອງ​ຫຼັງຕະຫຼອດເວລາ​ເທິງ Windows 10

​​ໂດຍ​ເຂົ້າ​ໄປ​ທີ່​ໜ້າ settings ຂອງ Windows 10 (ຈາກ start menu ແລ້ວ​ເລືອກ settings) ​​ຄ​ລິ​​ກ​ທີ່  Privacy ແລ້ວເລືອກ Background apps ຈະ​ເຫັນ​​ລາຍ​ຊື່ແອັບຯທີ່​ເປີດ​ເຮັດ​ວຽກ​ເບື້ອງ​ຫຼັງ​ເຕັມ​ໄປ​ຫມົດ ໃຫ້​ປິດ​ສະເພາະແອັບຯ​ທີ່​ບໍ່​ຈຳ­ເປັນ​ຫລື​ປິດ​ບາງ​ສ່ວນ​ທີ່​ບໍ່​ໃຊ້​ໃນ​ຊ່ວງ​ນີ້​ກ່ອນ ກໍ​ຈະ​ເຮັດໃຫ້ຄອມພິວເຕີ​ເຮັດວຽກ​ໄດ້​ໄວ​ຂຶ້ນ ​ເພ​​າະ​ເຮົາ​ໄດ້​ປິດ​ການ​ເຮັດ​ວຽກ​ງານ​ເບື້ອງ​ຫຼັງ​ບາງ​ສ່ວນ​ຂອງ​ແອັບຯ​ເທິງ Windows 10 ໄວ້.
2

4. ໃຊ້ disk cleanup ເພື່ອ​ລຶບ​ໄຟ​​ລ໌​ຂີ້​ເຫຍື້ອ​ອອກ​ຈາກ​ເຄື່ອງ

ທຸກ​ເທື່ອ​ທີ່​ໃຊ້ແອັບຯ, ໂປ​​ຣ​ແກ​​ຣມ ຫລື​ການ​ເຮັດ​ວຽກ​ງານ​ຕ່າງໆ​ຂອງ Windows ຈະ​ສ້າງ​ໄຟ​​ລ໌ຊົ່ວຄາວ​ເຮັດ​ວຽກ​ເທິງ​ເຄື່ອງ​ນຳອີກ ຫາກ​ວ່າ​ທ່ານໃຊ້​ງານ​ດົນໆ​ກໍ​ຈະມີ​ໄຟ​​ລ໌​ຂີ້​ເຫຍື້ອ​ຄ້າງ​ເທິງ Windows ​​ຫລາຍໆໄຟ​​ລ໌​ໄດ້ ດັ່ງ­ນັ້ນ​ທ່ານ​ສາມາດ​​ລຶບ​ໄຟ​​ລ໌​ຂີ້​ເຫຍື້ອ​ໄດ້​ໂດຍ ​​ຄ​ລິ​​ກ​ຂວາ​ທີ່ drive ໃດນຶ່ງເທິງ file explorer (ໂດຍ​ສະ­ເພາະ drive C ) ເລືອກ Properties >> ແລ້ວ​ເລືອກ​ທີ່​​ແ​ທັບ general ແລ້ວ​ເລືອກ​ທີ່ disk cleanup  >> ​​ຕິກ​ຖືກ​ທີ່ temporary internet files , system memory error dump files ແລະ​​ ລາຍ​ການ​ອື່ນໆ​ທີ່​ເຈົ້າ​ລຶບ​ໄດ້ ແລ້ວ​ເລືອກ ok ເພື່ອ​ດຳ­ເນີນ​ການ​ລຶບ.
3
ທີ່ມາຂອງຂໍ້ມູນ: it24hrs
- See more at: http://ecorneronline.com/4-tips-to-speedup-windows-10/#sthash.axv1utit.dpuf

No comments:

Post a Comment