Sunday, March 27, 2016

ນະວັດຕະກຳ​ລະບົບ​ມື​ສຳຜັດ​ຂັ້ນໃໝ່ ທີ່ໃຊ້​ງານ​ຮ່ວມກັບ​ເຕັກໂນໂລຢີ VR ໄດ້​ຢ່າງ​ສົມຈິງ

ນະວັດຕະກຳ​ລະບົບ​ມື​ສຳຜັດ​ຂັ້ນໃໝ່ ທີ່ໃຊ້​ງານ​ຮ່ວມກັບ​ເຕັກໂນໂລຢີ VR ໄດ້​ຢ່າງ​ສົມຈິງ


7592_160218171136Yu
ຫຼ້າສຸດ​ທາງ​ບໍ­ລິ­ສັດ Leap Motion ທີ່​ມີ​ຊື່​ສຽງ​ທາງ​ດ້ານ​ອຸ­ປະ­ກອນ​ເຊັນ​ເຊີ​​ກວດ​ຈັບ​ການ­ເຄື່ອນ­ໄຫວ​ຕ່າງໆ ​ຂອງ​ຮ່າງ­ກາຍຄົນ ໄດ້​ມີ​ການ​ພັດ­ທະ­ນາ​ລະ­ບົບ Hand Tracking ຮູບ​ແບບ​ໃໝ່​ອອກ​ມາ​ແລ້ວ ໃນ​ຊື່ Leap Motion Orion ໂດຍ​ທີ່​ມັນ​ສາ­ມາດ​ຕິດ­ຕາມ​ການ​ເຄື່ອນ​ໄຫວຂອງ​ມື​ເຮົາ​ໄດ້​ຢ່າງ​ວ່ອງ­ໄວ​ ແລະ ​ແມ່ນ​ຢຳ ໃນ​​ໄລຍະ​ທີ່​ໄກ​​​ຫລາຍ​ຂຶ້ນ​ກວ່າ​ເກົ່າ ​​ພ້ອມ​ທັງ​​ຍັງ​ສາ­ມາດ​ນຳ­ໄປ​ໃຊ້​ງານ​ຮ່ວມກັບ ເ​ຕັ​​ກ​ໂນ​ໂລ​​ຢີ VR ໄດ້​ອີກ​ດ້ວຍ.
7592_16021817102237
ນ​ະວັດ​ຕະກຳ​ຂອງ Leap Motion Orion ໃນ​​ເ​ວີ​​ຊັນ​ທົດ​ລອງ​ນີ້ ໄດ້​ມີ​ການ​ສ້າງ​ຊອບ​ແວ​ທີ່​ມີ​ຊື່­ວ່າ Blocks ຂຶ້ນ​ມາ ສຳ­ລັບ​ໃຊ້​ງານ​ເທິງ​ອຸ­ປະ­ກອນ VR ຢ່າງ Oculus Rift DK2 ເພື່ອ​ສາຍ​ພາບ​ວັດ­ຖຸ​ຈຳລອງ​ທີ່​ມີ​ຮູບ​ຊົງ​​​ເປັນກັບ​ສີ່​ຫຼ່ຽມ ໃຫ້​ເຮັດ​ວຽກ​ຮ່ວມ​ກັບ Leap Motion Controller (ອຸ­ປະ­ກອນ​ຕິດ­ຕາມ​ຈັບ​ການ­ເຄື່ອນ­ໄຫວ​ຂອງ​ນິ້ວ​ມື) ເຮັດ​ໃຫ້​ສາ­ມາດ​ສຳ­ຜັດ​ວັດ­ຖຸ​ຈຳລອງ​ທີ່​ມີ​ຮູບ​ຊົງ​​ເປັນກັບ​ສີ່​ຫຼ່ຽມ​ຜ່ານ​ທາງ​ຮູບ​ພາບ​ທີ່​ເຫັນ​ຜ່ານ​ທາງ​ອຸ­ປະ­ກອນ VR ໄດ້​ຢ່າງ​ອິດ­ສະ­ຫລະ ບໍ່​ວ່າ​ຈະ​ເປັນ​ການ​ສ້າງກັບຫຍໍ້, ຂະ­ຫຍາຍ, ຈັບ​ວາງ, ໂຍນ ຫລື​​ຮຽງສ​ະລັບ​ໄປ​ມາ ກໍສາ­ມາດ​ເຮັດ​ໄດ້​ຢ່າງ​ສົມ­ຈິງ ​ແລະ​​ ຄ່ອງ​​ແຄ້ວ​ຫລາຍ​ຂຶ້ນ​ອີກ​ດ້ວຍ.
​​ເມື່ອ​​ໄດ້​ເຫັນ​ພັດ­ທະ­ນາ​ການ​ຂອງ​ເຕັກ​ໂນ​ໂລ​​ຢີ​ໃນ​ຮູບ​ແບບ​ນີ້​ແລ້ວ ເຮັດ​ໃຫ້​ຮູ້­ສຶກ​ຄ້າຍ​ຄື​ກັບວ່າ​ມັນ​ຈະຄ່ອຍໆເຂົ້າ​ໄປ​ໃກ້​ກັບ​ເ​ຕັກ​ໂນ​ໂລ​​ຢີ​ທີ່​ເບິ່ງ​ເກີນ​ຈິງ​ຂອງ​ໃນ​ໜັງ​ຫຼາຍໆເລື່ອງ​ເຂົ້າ​ໄປ​ທຸກ​ມື້ ເຊິ່ງມັນ​ຈະ​​​ຄັກ​ຊ່ຳ​ໃດ ​​ລອງ​ມາເບິ່ງ​ວີ​ດີ​ໂອ​ການ​ໃຊ້​ງານ​ຂອງ​​​ນະ​ວັດ​ກຳ­ສຸດ​ລ້ຳ Leap Motion Orion ນີ້ກັນ​ເລີຍ​ດີກ​ວ່າ.
YouTube Video Preview
ທີ່ມາຂອງຂໍ້ມູນ: thaiwareleapmotion

No comments:

Post a Comment