Saturday, February 27, 2016

ເປັນ​ຫຍັງໃຊ້​ເນັດ​ມື​ຖື ແບັດ​ໝົດ​ໄວ​ກວ່າ​ໃຊ້ Wi-Fi?

ເປັນ​ຫຍັງໃຊ້​ເນັດ​ມື​ຖື ແບັດ​ໝົດ​ໄວ​ກວ່າ​ໃຊ້ Wi-Fi?

ຂຽນໂດຍ: ປິຕິ ພັນທະສົມບັດ

ມື້​ນີ້ e-Corner ເຮົາ​ຈະ​ມາ​ໄຂ​ຂໍ້​ຄາ​ໃຈ​ວ່າ ເປັນ​ຫຍັງ​ເຮົາ​ໃຊ້​ເນັດ​ຜ່ານ Wi-Fi ແບັດ​ໂທ​ລະ​ສັບ​ຄື​ບໍ່​ຄ່ອຍຫຼຸດ ແຕ່​ບາດ​ຕໍ່ 3G/4G ເທົ່າ​ນັ້ນ​ລະ ແບັດ​ເຕີ​ຣີຫຼຸດ​ລົງຢ່າງ​ໄວ, ນອກ​ນັ້ນ​ບາງ​ເທື່ອ​ເຮົາ​ໃຊ້ Wi-Fi ແບັດ​ກໍຫຼຸດ​ໜ້ອຍ ບາງ​ເທື່​ອ​ກໍ​ຜັດຫຼຸດ​ໄວ​ກວ່າ​ປົກ​ກະ​ຕິ. ເອົ້າ! ທ່ານ​ໃດ​ສົນ​ໃຈ​ຮູ້​ຄວາ​ມ​ຈິງ​ກໍ​ອ່ານ​ຕໍ່​ໄດ້​ເລີຍ.
ກ່ອນ​ອື່ນ​ເຮົາ​ຕ້ອງ​ຮູ້​ກ່ອນ​ວ່າພະ​ລັງ​ງານ​ແບັດ​ເຕີ​ຣີ​​ທີ່​ນຳ​ໃຊ້​ໄປ​ເວ​ລາ​ເຮົາ​ໃຊ້ Wi-Fi ຫຼື ເນັດ​ມື​ຖື ນັ້ນ​ແມ່ນ​ຖືກ​ນຳ​ໃຊ້​ໄປ​ເພື່ອ​ການ​ຮັບ​ສົ່ງ​ຂໍ້​ມູນ​ຜ່ານ​ທາງ​ສັນ​ຍານ​ຄື້​ນ​ຄວາມ​ຖີ່, ສະ​ນັ້ນ​ແລ້ວ​ຄວາມ​ແຮງ​ໃນ​ການ​ສົ່ງ ແລະ ຮັບ​ສັນ​ຍານ​ຈຶ່ງ​ເປັນ​ໂຕ​ຕ່ອນ​ທີ່​ກິ​ນ​ພະ​ລັງ​ງານ​ແບັດ​ເຕີ​ຣີ​ຂອງ​ເຮົາ. ການ​ທີ່​ສ່ວນ​ໃຫຍ່​ແລ້ວການ​ນຳ​ໃຊ້ Wi-Fi ຈະ​ໃຊ້​ແບັດ​ເຕີ​ຣີ​ໜ້ອຍກວ່າ​ກໍ​ຍ້ອນ​ວ່າ ໂທ​ລະ​ສັບ​ບໍ່​ຈຳ​ເປັນ​ຕ້ອງ​ສົ່ງ​ສັນ​ຍານ​ອອກ​ໄປ​ໄກ​ຄື​ກັບການ​ໃຊ້​ເນັດ​ມື​ຖື ເພາະ​ໜ່ວຍ router ຂອງ​ເຮົາ​ນັ້ນ​ຢູ່​ໃກ້ໆ ຫຼື ໄກ​ບໍ່​ເກີນ 20 ແມັດ, ກົງ​ກັນ​ຂ້າມ​ກັບ​ການ​ໃຊ້​ເນັດ​ມື​ຖື​ທີ່​ໂທ​ລ​ະ​ສັບ​ຕ້ອງ​ສົ່ງ​ສັນ​ຍານ​ອອກ​ໄປ​ໄກ​ຈົນ​ຮອດ​ເສົາ​ຮັບ​ສົ່ງ​ສັນ​ຍານ​ທີ່​ຢູ່​ໃກ້​ທີ່​ສຸດ ຍິ່ງ​ໂທ​ລະ​ສັບ​ສົ່ງ​ສັນ​ຍານ​ໄປ​ໄກ​ເທົ່າ​ໃດ ກໍ​ຍິ່ງ​ໃຊ້​ພະ​ລັງ​ງານຫຼາຍ​ຂຶ້ນ​ເທົ່າ​ນັ້ນ.
ໂດຍ​ມີ​ບາງ​ແຫຼ່ງ​ຂໍ້​ມູນ​ອ້າງວ່າ ຖ້າ​ເຮົາ​ໃຊ້​ເນັດ​ມື​ຖື ຢູ່​ໃກ້ໆ​ກັບ​ເສົ​າ​ສັນ​ຍານ​ມັນ​ຈະ​ເຮັດ​ໃຫ້​ກິນ​ແບັດ​ໜ້ອຍ​ລົງ ແລະ ທຽບ​ເທົ່າ​ກັບ​ໃຊ້ Wi-Fi ໄດ້.
ແລະນັ້ນ​ເອງ​ກໍ​ຄື​ສາ​ເຫດ​ທີ່​ເປັນ​ຫຍັງການ​ໃຊ້​ອິນ​ເຕີ​ເນັດຜ່ານ Wi-Fi ຈຶ່ງ​ປະ​ຢັດ​ແບັດ​ກວ່າ, ຍ້ອນ​ເຫດ​ນີ້​ເອງ​ການ​ໃຊ້​ເຄືອ​ຂ່າຍ Wi-Fi ​ຍີ່​ສັນ​ຍານ​ຕ່ຳ ກໍ​ເປັນ​ສາ​ເຫດ​ເຮັດ​ໃຫ້​ແບັດ​ໝົດ​ໄດ້​ໄວ ກວ່າ​ການ​ໃຊ້​ເຄ​ືອ​ຂ່າຍ​ທີ່​ມີ​ສັນ​ຍານ​ທີ່​ດີ (ເອີ​ເວົ້າ​ແບບ​ນີ້​ແລ້ວ ສິ​ມີ​ໃຜ​ໄປ​ຢືນ​ໃຊ້​ແປະ router ຕະຫຼອດ​ບໍ່​ນິ?)
ຂອບໃຈຂໍ້ມູນຈາກ: Ecorner

No comments:

Post a Comment