Friday, February 19, 2016

Ultrabook ແມ່ນຫຍັງມາຮູ້ຈັກກັນເລີຍ

Utrabook ແມ່ນຫຍັງ? ຫຼືວ່າຈະມາແທນ Notebook?

ປັດຈຸບັນ ຕ້ອງຍອມຮັບວ່າ ກະແສ Tablet ນັ້ນມາແຮງ ຫຼື ວ່າຈະໝົດຍຸກຂອງ Notebook ແລ້ວ ແຕ່ກໍ່ມີບາງກະແສຄິດວ່າ ນີ້ເປັນພຽງ
ການແບ່ງແຍກສິນຄ້າຂອງຕະຫຼາດໃຫ້ສັດເຈນຂຶ້ນຫຼາຍກວ່າ ໂດຍສ່ວນແບ່ງການຕະຫຼາຍຂອງ Tablet ມີການຂະຫຍາຍຕົວຂຶ້ນ
ເລື້ອຍໆ ໃນຂະນະທີ່ຕະຫຼາດຂອງ Notebook ແລະ PC ຍັງຄົງທີ ແລະ ມີທ່າອຽງຫຼຸດລົງ.
ຢ່າງໃດກໍ່ຕາມ ຖ້າເບິ່ງເຖິງການໃຊ້ງານແລ້ວ Tablet ເອງ ກໍ່ຍັງບໍ່ສາມາດແທນບ່ອນ PC ແລະ Notebook ໄດ້ທັງໝົດ ໂດຍຈຸດແຂງ
ຂອງ Tablet ແມ່ນຢູ່ໃນສ່ວນຂອງຜູ້ບໍລິໂພກຫຼາຍກວ່າ ເຊັ່ນ ດ້ານຂໍ້ມູນຂ່າວສານ ການຄົ້ນຫາຂໍ້ມູນ ຄວາມສະດວກໃນການພົກພາ
ແລະ ການເຂົ້າເຖິງລະບົບເຄື່ອຂ່າຍ ລວມທັງຄວາມງ່າຍໃນການໃຊ້ງານແບບໜ້າຈໍສຳຜັດ (Touch screen).
ແຕ່ຍ້ອນໄປເບິ່ງກ່ອນໜ້ານີ້ ໃນໄລຍະດຽວກັນກັບ Tablet (iPad) ຂອງ Apple ຈະເປີດໂຕ ຊຶ່ງເປັນໄລຍະຮຸ່ງເຮືອງເຖິງຈຸດສຸດຍອດ
ຂອງ Notebook ພໍດີ ຊຶ່ງຜູ້ຜະລິດຫຼາຍລາຍກໍ່ເລີ່ມຊອກຫາເຕັກໂນໂລຊີໃນຍຸກຖັດໄປ ແລະນັ້ນກໍ່ແມ່ນຈຸດເລີ່ມຕົ້ນຂອງ Ultrabook
ໂດຍເງື່ອນໄຂຂອງ Ultrabook ມີຄື 1.ຕ້ອງບາງກວ່າ Notebook 2.ນ້ຳໜັກເບົາ 3.ທຳງານໄດ້ໃກ້ຄຽງກັບ Notebook ຕອນນັ້ນ
ຍັງບໍ່ທັນຊັດເຈນໃນສ່ວນຂອງໜ້າຈໍສຳຜັດ ແຕ່ກໍ່ຍັງບໍ່ມີຜູ້ຜະລິດລາຍໃດສ້າງຜົນງານໃຫ້ເປັນຮູບເປັນຮ່າງອອກມາ... ຈົນ iPad ເຂົ້າ
ມາເປີດຕະຫຼາດ ແລະ ປິດກະແສຂອງ Ultrabook ໄປໃນທີ່ສຸດ.
ການເປີດໂຕແບບງຽບຂອງ Ultabook ໃນໄລຍະຜ່ານມາ ກໍ່ພໍມີສຽງຕອບຮັບຢູ່ ແຕ່ກໍ່ໜ້ອຍ ປັດຈຸບັນ Ultrabook ໄດ້ຂໍ້ສະຫຼຸບໃໝ່
ໂດຍມີການປ່ຽນແປງໂສມໜ້າ ດ້ວຍການລວມລະຫວ່າງ Notebook ແລະ Tablet ເຂົ້າກັນ ນັ້ນກໍ່ຄື 1.ຕ້ອງບາງໃກ້ຄຽງກັບ Tablet
2.ນ້ຳໜັກເບົາໃກ້ຄຽງກັບ Tablet 3.ທຳງານໄດ້ໃກ້ຄຽງກັຍ Notebook 4.ມີແປ້ນພິມ (keyboard) 5.ເນື່ອງຈາກມີຄວາມບາງ
ຫຼາຍ ລະບົບ Harddisk ອາດຈະເປັນແບບບໍ່ໃຊ້ຈານໝູນ ຫຼື SSD ແທນ 6.ຈໍສຳຜັດ (Multi Touch) ແບບດຽວກັບ Tablet.
ເບິ່ງຄືວ່າ Ultrabook ເລີ່ມມີແນວທາງຂອງຕົນເອງທີ່ຊັດເຈນຂຶ້ນ ແລະ ອາດຈະແມ່ນຍຸກຕໍ່ໄປຂອງ Notebook ກໍ່ເປັນໄດ້ ແຕ່ກໍ່ມີ
ຫຼາຍຄົນອາດຄິດວ່າ ສຸດທ້າຍແລ້ວກໍ່ຈະໝົດຄວາມນິຍົມເໝືອນກັບ Netbook ຫຼືບໍ ແຕ່ຖ້າເບິ່ງໃຫ້ດີໆ ໃນສ່ວນຂອງການນຳໄປໃຊ້
ງານແລ້ວ Ultrabook ຍັງມີຈຸດແຂງຫຼາຍປະການ ໃນຂະນະທີ Netbook ມີຂໍ້ຈຳກັດຫຼາຍເກີນໄປ.
ການທີ່ Ultrabook ຈະເຂົ້າມາແຊກຊຶມໃນຊ່ອງຫວ່າງທີ່ເຫຼືອຢູ່ ສຳລັບຜູ້ທີ່ຕ້ອງການໃຊ້ຄອມພິວເຕີແບບພົກພາ ສາມາດໃຊ້ງານໄດ້
ສະດວກແບບດຽວກັບ Tablet ນ້ຳໜັກເບົາກວ່າ Notebook ແລະ ຂໍ້ຈຳກັດຂອງ battery... ສຸດທ້າຍແລ້ວ ຜູ້ບໍລິໂພກກໍ່ຈະເປັນຜູ້
ເລືອກເຕັກໂນໂລຊີເອງ.

No comments:

Post a Comment